
ສະພາບການຄ້າທີ່ເຄັ່ງຕຶງ ລະຫວ່າງ ອາເມຣິກາ-ເອີຣົບ ຈະສົ່ງຜົນກະທົບຕໍ່ເສດຖະກິດໃນປີໜ້າ

ເມື່ອບໍ່ດົນມານີ້, ສະພາການຄ້າແລະອຸດສາຫະກຳເອີຣົບ ປະກາດຜົນການສຳຫຼວດສະບັບໜຶ່ງໂດຍສະແດງໃຫ້ເຫັນວ່າ: ນະໂຍບາຍພາ
ສີຂອງອາເມຣິກາ ແລະ ສະພາບການຄ້າທີ່ເຄັ່ງຕຶງເພີ່ມຂຶ້ນຢ່າງຕໍ່ເນື່ອງລະຫວ່າງ ອາເມຣິກາ-ເອີຣົບ ທີ່ມີຜົນກະທົບຕໍ່ເສດຖະກິດເອີຣົບນັ້ນ
ຄາດວ່າ, ຈະຮ້າຍແຮງຂຶ້ນຢ່າງຫຼວງຫຼາຍໃນປີ 2026, ທັງອາດຈະສົ່ງຜົນຕາມມາຫຼາຍຢ່າງ ເຊັ່ນ: ການລົງທຶນຂອງວິສາຫະກິດຫຼຸດລົງຕື່ມອີກ
ແລະ ການປະກອບອາຊີບຍາກຂຶ້ນ.
ອີງຕາມການສຳຫຼວດດັ່ງກ່າວ, ໃນປີນີ້, ເນື່ອງຈາກວິສາຫະກິດຕ່າງໆ ໄດ້ນຳໃຊ້ມາດຕະການທີ່ແນໃສ່ໄລຍະຍາວຫຼາຍຢ່າງ ລວມທັງການ
ປັບປຸງຕ່ອງໂສ້ການສະໜອງລ່ວງໜ້າ ແລະ ການສັ່ງຈອງວັດຖຸດິບທີ່ສຳຄັນເປັນຕົ້ນ, ຜົນກະທົບດ້ານລົບຈາກຄວາມຂັດແຍ້ງດ້ານການຄ້າທີ່ມີຕໍ່
ການເຕີບໂຕດ້ານເສດຖະກິດ ລວມຂອງເຂດໃຊ້ເງິນເອີໂຣ ຈຶ່ງບໍ່ຫຼາຍປານໃດ.
ແຫຼ່ງທີ່ມາ: ຂກທ
ວັນທີ 19/11/2025