ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມຽນ​ມາ ເພີ່ມ​ມາດ​ຕະການ ຮັກສາ​ຄວາມ​ປອດ​ໄພ ກ່ອນ​ເຖິງ ວັນ​ເລືອກ​ຕັ້ງ

     ​ວັນ​ທີ 15 ສິງຫາ​ນີ້​ ທ່ານ ມິນ​ອ່ອງ ຫຼ່າຍ ຜູ້​ບັນຊາ​ການ ທະຫານ​ສູງ​ສຸດ ແລະ ຜູ້ນຳ​ລັດຖະບານທະຫານມຽນ​ມາ ໄດ້​ເນັ້ນ​ໜັກໃຫ້​ທຸກ​
ໜ່ວຍ​ງານ​ທີ່​ກ່ຽວຂ້ອງ ໃຫ້​ເພີ່ມ​ມາດ​ຕະການ ຢ່າງ​ເຂັ້ມ​ງວດ ເພື່ອ​ຮັກສາຄວາມ​ປອດ​ໄພ ກ່ອນ​ເຖິງວັນ​ເລືອກ​ຕັ້ງ ທົ່ວ​ປະເທດໃນ​ທ້າຍ​ປີ​ນີ້,
ໂດຍ​ສະເພາະກັບ ສະມາຊິກພັກ​ການ ເມືອງ ແລະ ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ທົ່ວ​ໄປ.

     ສຳນັກງານສະຖິຕິ​ແຫ່ງ​ຊາດ ມຽນ​ມາ ລາຍ​ງານ​ວ່າ ຜົນ​ສຳ​ຫຼວດສຳມະໂນຄົວປະຊາກອນ ແຫ່ງ​ຊາດ ໄດ້​ເກີດ​ຂຶ້ນເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ
10 ປີ ເມື່ອ​ເດືອນ​ຕຸລາ​ປີ​ກາຍ, ພ້ອມ​ທັງ​ຢືນຢັນຈຳນວນ ປະຊາກອນ 51,3 ລ້ານ​ຄົນ, ຫຼຸດ​ລົງ​ປະມານ 200.000 ຄົນ ເມື່ອ​ທຽບ​ກັບສະຖິຕິ
ຈາກ​ການ​ສຳ​ຫຼວດ ເມື່ອ​ປີ 2014 ລວມ​ມີ 51,5 ລ້ານ​ຄົນ.

     ຜົນ​ການ​ສຳ​ຫຼວດ ດັ່ງກ່າວ ໄດ້​ແບ່ງ​ອອກ​ເປັນ​ສອງ​ແບບ​ຄື: ປະຊາກອນທີ່​ເຈົ້າ​ໜ້າທີ່ສາມາດ​ເຂົ້າ​ເຖິງ​ໄດ້ປະ ມານ 32,19 ລ້ານ​ຄົນ ແລະ
ອີກ 19,12 ລ້ານ​ຄົນ ຢູ່​ໃນ​ພື້ນທີ່ຫຍຸ້ງ ຍາກ ໃນ​ການ​ເຂົ້າໄປສຳ​ຫຼວດ ແລະ ການ​ສຳ​ຫຼວດສຳມະໂນ​ປະຊາກອນຂອງ ມຽນ​ມາ ບໍ່​ລວມ ຊາວ​
ໂຣ​ຮິງ​ຢາ ໂດຍ​ສ່ວນ​ໃຫຍ່ ອາໄສ​ຢູ່ ໃນລັດ​ຍະ​ໄຂ່ ທາງ​ພາກ​ຕາເວັນຕົກຂອງ​ປະເທດ​ມຽນ​ມາ.

ແຫຼ່ງທີ່ມາ: ຂກທ
ວັນທີ 19/08/2025