
ຫຼັກຊັບ ສະຫະລັດ ອາເມຣິກາ “ ເພີ່ມຂຶ້ນລະດັບສູງ ” ໃໝ່
ວັນທີ 15 ສິງຫາ ວ່າ: ບັນດາດັດຊະນີຫຼັກຊັບ ສະຫະລັດ ອາເມຣິກາ ສືບຕໍ່ບັນລຸລະດັບຍອດສູງໃໝ່ ພາຍຫຼັງຂໍ້ມູນໄພເງິນເຟີ້ເດືອນກໍລະກົດ
ໄດ້ສະແດງໃຫ້ເຫັນຜົນກະທົບຈາກນະໂຍບາຍພາສີອາກອນຂອງທ່ານ ໂດນັນ ທຣຳ ປະທານາທິບໍດີ ສະຫະລັດ ອາເມຣິກາ ສຳລັບພື້ນຖານເສດ
ຖະກິດອັນດັບໜຶ່ງໃນໂລກ ແມ່ນຍັງຄົງຢູ່ໃນລະດັບຈຳກັດຢູ່.
ຈິດຕະສາດຂອງນັກລົງ ທຶນນັບມື້ນັບສືບຕໍ່ສ້າງກຳລັງໜູນເພີ່ມເຕີມ ເມື່ອ ສະຫະລັດອາເມຣິກາ ແລະ ສປ ຈີນ ຕໍ່ກຳນົດເວລາຂໍ້ຕົກລົງ “ ຢຸດ
ຕິສົງຄາມດ້ານການຄ້າ ” ຕື່ມອີກ 90 ວັນ. ບັນດາຕະຫຼາດ ເອີຣົບ ກໍໄດ້ຮັບການຊຸກຍູ້ ຍ້ອນຂໍ້ມູນໄພເງິນເຟີ້ຂອງ ສະຫະລັດອາເມຣິກາ ດ້ວຍດັດ
ຊະນີສ່ວນຫຼາຍລ້ວນແຕ່ເພີ່ມຄະແນນ, ເວັ້ນເສຍແຕ່ເຢຍລະມັນ.
ບົດລາຍງານທີ່ປະກາດຫຼ້າຊຸດ ໄດ້ຊີ້ໃຫ້ເຫັນວ່າດັດຊະນີການບໍລິໂພກ CPI ຂອງ ສະຫະລັດອາເມຣິກາ ໃນເດືອນກໍລະກົດ ເພີ່ມຂຶ້ນ 2,7
ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຮັກສາອັດຕາຂອງເດືອນມິຖຸນາ ແລະ ຕໍ່າກວ່າການຄາດຄະເນ. ເຖິງຢ່າງໃດກໍຕາມ, ໄພເງິນເຟີ້ພື້ນ
ຖານ-ເວັ້ນເສຍແຕ່ບັນດາປະເພດສິນຄ້າທີ່ມີການເໜັງຕີງຢ່າງແຮງຄື: ສະບຽງອາຫານ ແລະ ພະລັງງານ-ໄດ້ເພີ່ມລະດັບຄວາມໄວສູງສຸດໃນຮອບ
ເວລາ 6 ເດືອນ, ໂດຍຊີ້ໃຫ້ເຫັນວ່າ ສັນຍາຈາກພາສີອາກອນພວມເລີ່ມແຜ່ລາມເຂົ້າສູ່ພື້ນຖານເສດຖະກິດ.
ແຫຼ່ງທີ່ມາ: ຂກທ
ວັນທີ 18/08/2025