
ເນເວຊູເອລາ ກຽມພ້ອມສູ້ຮົບເຕັມຮູບແບບ ເພື່ອປົກປ້ອງປະເທດຂອງຕົນ

ປະເທດເວເນຊູເອລາ ໄດ້ປະກາດຢ່າງເປັນທາງການວ່າ: ໄດ້ກະກຽມກຳລັງພົນທາງທະຫານຄັ້ງໃຫຍ່ ຫຼັງຈາກເຮືອບັນທຸກເຮືອບິນ USS
Gerald R. Ford ຂະໜາດໃຫຍ່ຂອງສະຫະລັດ ເຂົ້າໄປປະຈຳການໃນພາກພື້ນລາຕິນອາເມຣິກາ ແລະ ທະເລແຄຣິບບຽນເພື່ອດຳເນີນພາ
ລະກິດຕໍ່ຕ້ານການຄ້າຢາເສບຕິດ ຊຶ່ງລວມທັງເຮືອພິຄາດ ເຮືອດຳນ້ຳ ແລະ ຍົນຮົບ F-35 ດ້ວຍ.
ປະທານາທິບໍດີ ນິໂຄລາສ ມາດູໂຣ (Nicolás Maduro) ຂອງເວເນຊູເອລາ ໄດ້ກ່າວວ່າ: ການທີ່ສະຫະລັດສົ່ງກຳລັງມາຄັ້ງນີ້ ມີເປົ້າ
ໝາຍໂຄ່ນລົ້ມອຳນາດ ຂອງມາດູໂຣ ແລະ ມາດູໂຣ ໄດ້ສັ່ງໃຫ້ກອງທັບເຂົ້າປະຈຳການເຕັມຮູບແບບພ້ອມຮົບໃນທຸກດ້ານ ພ້ອມທັງໜ່ວຍພົນ
ລະເຮືອນທີ່ຕິດອາວຸດ ແລະກອງກຳລັງປະຊາຊົນ ກະກຽມເຄື່ອນຍ້າຍໃນກໍລະນີທີ່ມີການໂຈມຕີຈາກສັດຕູ. ຂະນະທີ່ກະຊວງການປ້ອງກັນປະ
ເທດຂອງສະຫະລັດ (Pentagon) ລະບຸວ່າ, ການເຄື່ອນກຳລັງນີ້ເປັນສ່ວນໜຶ່ງຂອງ ສົງຄາມຕໍ່ຕ້ານແກ໊ງຄ້າຢາເສບຕິດຂ້າມຊາດ, ແຕ່ການ
ຕອບສະໜອງຂອງເວເນຊູເອລາ ແລະການເຄື່ອນອາວຸດໃນພາກພື້ນ ກໍເຮັດໃຫ້ເກີດຄວາມກັງວົນວ່າ ສະຖານະການອາດຈະບານປາຍໄປສູ່
ຄວາມຂັດແຍ້ງທາງທະຫານໃນທະເລແຄຣິບບຽນ. ສະຖານະການນີ້ ຖືວ່າເປັນເວລາທີ່ສຳພັນລະຫວ່າງເວເນຊູເອລາ ແລະ ສະຫະລັດ ຢູ່ໃນ
ຈຸດຂັດແຍ້ງທີ່ສຸດໃນຮອບຫຼາຍປີ ແລະ ມີຄວາມສຳຄັນຕໍ່ຄວາມໝັ້ນຄົງຂອງພາກພື້ນອາເມຣິກາລາຕິນ ໂດຍລວມ.
ແຫຼ່ງທີ່ມາ: ຂກທ
ວັນທີ 17/11/2025