
ອີຣານ ສືບຕໍ່ສົ່ງນ້ຳມັນຫຼາຍລ້ານຖັງ ໃຫ້ ສປ ຈີນ

ອີຣານ ໄດ້ສົ່ງນ້ຳມັນດີບ ຢ່າງໜ້ອຍ 11,7 ລ້ານຖັງ ຜ່ານຊ່ອງແຄບຮໍມຸ ນັບຕັ້ງແຕ່ ສົງຄາມ ເລີ່ມຕົ້ນຂຶ້ນ ເມື່ອວັນທີ 28 ກຸມພາທີ່ຜ່ານ
ມາ, ໂດຍນ້ຳມັນທັງໝົດນີ້ ໄດ້ມຸ້ງໜ້າໄປຍັງ ປະເທດ ຈີນ. ໃນຂະນະທີ່ ກຳປັ່ນ ບັນທຸກນ້ຳມັນ 6 ລຳ ທີ່ກວດພົບ ໃນພາບຖ່າຍ ດາວທຽມ
ວ່າ ໄດ້ເດີນທາງ ອອກຈາກ ອີຣານ ຕັ້ງແຕ່ ວັນທີ 28 ກຸມພາ ແລະ ມີ 3 ລຳ ທີ່ຕິດທຸງຊາດອີຣານ.
ແຫຼ່ງທີ່ມາ: ຂກທ
ວັນທີ 17/03/2026