
ຫວຽດນາມ-ນອກແວ ສືບຕໍ່ຮ່ວມມືຫຼາຍດ້ານ

ໃນວັນທີ 12 ກຸມພາ 2026 ນີ້: ທ່ານ ເລຮ ວ່າຍ ຈູງ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ພົບປະສອງຝ່າຍ
ກັບ ທ່ານ ອາດສະມັນ ອູກັດ ລັດຖະມົນຕີຮັບຜິດຊອບການພັດທະນາສາກົນ ກະຊວງການຕ່າງປະເທດ ນອກແວ. ລັດຖະມົນຕີການ
ຕ່າງປະເທດ ຫວຽດນາມ ສະເໜີໃຫ້ສອງຝ່າຍ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດການລົງທຶນ-ການຄ້າ, ກະສິກຳ, ການພັດທະ
ນາອາຊີບການປະມົງແບບຍືນຍົງ, ເຕັກໂນໂລຊີສູງ, ປັບຕົວກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ ແລະ ການເຕີບໂຕສີ
ຂຽວ. ພ້ອມດຽວກັນນັ້ນ, ກໍໄດ້ເນັ້ນໜັກວ່າ ສອງຝ່າຍຕ້ອງສືບຕໍ່ຮ່ວມມືໃນບັນດາຂົງເຂດທີ່ເປັນມູນເຊື້ອ ເຊັ່ນ: ການສຶກສາ-ບຳລຸງສ້າງ,
ໜູນຊ່ວຍ ຫວຽດນາມ ຍົກສູງກຳລັງຄວາມສາມາດ, ເພີ່ມທະວີລະບອບລະບຽບການ, ຊຸກຍູ້ຄວາມສະ ເໝີພາບລະຫວ່າງຍິງ-ຊາຍ ແລະ
ພັດທະນາເສດຖະກິດ-ສັງຄົມ.
ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ນອກແວຢັ້ງຢືນວ່າ: ນອກແວ ຈະເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນບັນ
ດາຂົງເຂດດ້ານການຄ້າ, ສິນໃນນ້ຳສິນທະເລແບບຍືນຍົງ, ພະລັງງານສີຂຽວ, ເສດຖະກິດທະເລ, ການຫັນເປັນສີຂຽວ ແລະ ພັດທະ
ນາພື້ນຖານເສດຖະກິດໝູນວຽນ. ພ້ອມດຽວກັນນີ້ ສອງຝ່າຍກໍເຫັນດີເປັນເອກະພາບຊຸກຍູ້ການເຈລະຈາ ແລະ ລົງເຊັນສົນທິສັນຍາ
ການຄ້າເສລີ (FTA) ລະຫວ່າງບັນດາປະ ເທດສະມາຊິກກຸ່ມ EFTA (ລວມມີບັນດາປະເທດ ນອກແວ, ສະວິດ, ອຽກລັງ ແລະ
ເລັກເຕນສະເຕນ) ກັບ ຫວຽດນາມ ເພື່ອແນໃສ່ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ, ນຳມາເຊິ່ງຜົນປະໂຫຍດອັນແທ້ຈິງໃຫ້ແກ່ປະ
ຊາຄົມວິສາຫະກິດ ແລະ ປະຊາຊົນສອງຝ່າຍ.
ແຫຼ່ງທີ່ມາ: ຂກທ
ວັນທີ 17/02/2026