ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫຼາຍ​ປະເທດ ຮຽກຮ້ອງ​ໃຫ້​ຢຸດຕິ​ການ​ປະ​ທະ​ກັນ ຢູ່​ເຂດ​ຕາເວັນ​ອອກ​ກາງ

     ​ວັນ​ທີ 12 ມີນາ ວ່າ: ການ​ປະ​ທະ​ກັນ​ຢູ່​ເຂດ​ຕາເວັນ​ອອກ​ກາງ  ໄດ້​ສືບຕໍ່​ເພີ່ມ​ທະວີ​ຄວາມ​ຮ້າຍ​ແຮງ​ຂຶ້ນ ເຮັດ​ໃຫ້​ປະຊາ​ຄົມ​ສາກົນ
ມີ​ຄວາມ​ວິຕົກ​ກັງວົນ​ທີ່​ສຸດ ຕໍ່​ເຫດການ​ດັ່ງກ່າວ ແລະ ຫຼາຍ​ປະເທດ ໄດ້​ຮຽກຮ້ອງ​ໃຫ້ບັນດາ​ຝ່າຍ ຈົ່ງ​ລະງັບ​ໃຈ ເພື່ອ​ຫຼີກ​ລ້ຽງ ການ​
ແຜ່​ລາມ​ອອກ​ໄປ​ສູ່​ວົງ​ກວ້າງ.

     ທ່ານ ເຊີ​​ຣ​ເກ ລາ​​ຟຣັອຟ ລັດ ຖະມົນຕີກະຊວງ​ການ​ຕ່າງປະ ເທດ ຣັດ​ເຊຍ ລະບຸ​ວ່າ, ນີ້​ແມ່ນ​ຈຸດ​ເວລາ​ທີ່​ເໝາະ​ສົມ ເພື່ອ​ຜັນ​ຂະ
ຫຍາຍ​ຂໍ້​ສະເໜີ​ຂອງ​ທ່ານ ປະທານາທິບໍດີ ວະ​ລາ​ດີ​ເມຍ ປູ​ຕິນ ກ່ຽວ​ກັບ ການ​ຈັດ​ກອງ​ປະຊຸມ​ສຸດ​ຍອດ 5 ປະເທດ​ສະມາ ຊິກ​ຖາວອນ
ຂອງ​ສະພາ​ຄວາມ​ໝັ້ນຄົງ ແຫ່ງ​ອົງການ​ສະຫະ​ປະຊາ​ຊາດ. ທ່ານ ອັນ​ວາ​​ຣ ອິມ​ບຣາ​ຮິມ ນາຍົກລັດຖະມົນຕີ ມາ​ເລ​ເຊຍ ກ່າວ​ວ່າ, ບັນ
ດາ​ການເຄື່ອນໄຫວ​ດ້ານ​ການ​ທະຫານ​ຂອງ ສະຫະລັດອາ​ເມ​ຣິ​ກາ ແລະ ອິດ​ສະ​ຣາ​ແອນ ຮ່ວມ​ກັນ​ໂຈມ​ຕີ ອີ​ຣານ ແມ່ນ​ເປັນ​ການ “ລະ
ເມີດ ກົດໝາຍ​ສາກົນ ກໍ​ຄື ບັນດາ​ຫຼັກການ​ນິຕິ​ກຳ ແລະ ຄຸນສົມບັດ” ຂອງ​ສາ ກົນ​ຢ່າງ​ຈະແຈ້ງ. ຂະນະ​ດຽວກັນ, ທ່ານ ຮາ​ການ ຟີ​
ດານ ລັດຖະມົນຕີກະຊວງ​ການ​ຕ່າງປະເທດ ຕວກ​ກີ ກໍ​ໄດ້​ກ່າວ​ເຕືອນ ກ່ຽວ​ກັບ​ຄວາມ​ສ່ຽງ​ໃນ​ການ​ຂາດ​ສະຖຽນ​ລະ​ພາບ​ຢູ່ ອີ​ຣານ ຈະ​
ເພີ່ມ​ຂຶ້ນ.

     ຄຽງ​ຄູ່​ກັນ​ນັ້ນ ທ່ານຍັງເນັ້ນ​ໜັກ​ວ່າ, ຕວກ​ກີ ຄັດຄ້ານທຸກ​ແຜນການ, ສວຍ​ໃຊ້​ການ​ຈຳແນກ​ເຊື້ອ​ຊາດ​ເຜົ່າ​ພັນ ເພື່ອ​ແບ່ງ​ແຍກ ພາຍ​
ໃນ ອີ​ຣານ, ສະນັ້ນ ຈຶ່ງ​ຖື​ວ່າ​ເປັນ “ແຜນການ​ອັນຕະລາຍ​ທີ່​ສຸດ” ຕໍ່​ກັບ​ຄວາມ​ສະຖຽນ​ລະ​ພາບ ຢູ່​ພາກ​ພື້ນ​ຕາເວັນ​ອອກ​ກາງ ແລະ ເອີ​ຣົບ
ໃກ້ຄຽງ.

ແຫຼ່ງທີ່ມາ: ຂກທ
ວັນທີ 16/03/2026