
ຈີນ ແລະ ສະຫະພາບອາຟຣິກາ ຫາລືການຮ່ວມມືດ້ານຍຸດທະສາດ

ວັນທີ 8 ມັງກອນ ນີ້ຕາມເວລາທ້ອງຖິ່ນ, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງ
ການຕ່າງປະເທດຈີນໄດ້ຈັດກອງປະຊຸມປຶກສາຫາລືດ້ານຍຸດທະສາດ ຄັ້ງທີ 9 ລະຫວ່າງຈີນ-ສະຫະພາບອາຟຣິກາ ກັບທ່ານ ມາຮາມຸດ ອາລີ
ໂຢຊົຟ ປະທານຄະນະກຳມະການສະຫະພາບອາຟຣິກາ ຢູ່ ສຳນັກງານໃຫຍ່ສະຫະພາບອາຟຣິກາ ທີ່ອັດດິສ ອາບາບາ.
ທ່ານ ຫວາງຢີ້ ກ່າວວ່າ: ປັດຈຸບັນ ຈີນ-ອາຟຣິກາ ລ້ວນແຕ່ຢູ່ໃນໄລຍະສຳຄັນແຫ່ງການພັດທະນາ, ປະເຊີນກັບໂອກາດການຮ່ວມມືອັນ
ໃຫມ່ຢ່າງກວ້າງຂວາງ. ຈີນ ຍິນດີຖືເອົາການພັດທະນາຂອງຕົນເປັນພະລັງຊ່ວຍເຫຼືອປະເທດກຳລັງພັດທະນາຈຳນວນຫຼວງຫຼາຍ ເຊິ່ງລວມທັງ
ທະວີບອາຟຣິກາ, ຮ່ວມມືກັນບັນລຸການຫັນເປັນທັນສະໄຫມ, ຮ່ວມກັນປົກປ້ອງຜົນປະໂຫຍດຂອງຊີກໂລກໃຕ້. ເວທີປຶກສາຫາລືການຮ່ວມ
ມືຈີນ-ອາຟຣິກາ ໄດ້ເສີມຂະຫຍາຍບົດບາດສຳຄັນໃຫ້ແກ່ການຮ່ວມກັນພັດທະນາຂອງຈີນ ແລະ ອາຟຣິກາ, ໄດ້ເດີນຕາມເສັ້ນທາງແຫ່ງການ
ຮ່ວມມືກັນທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ສອງຝ່າຍຕ້ອງຍົກລະດັບລັກສະນະຍຸດທະສາດ, ລັກສະນະເປັນຕົວແບບ ແລະ ລັກສະນະມີ
ປະສິດທິຜົນຂອງການພົວພັນຈີນ-ສະຫະພາບອາຟຣິກາ ຢ່າງບໍ່ຢຸດຢັ້ງ, ຊຸກຍູ້ສະຫະພາບອາຟຣິກາເສີມຂະຫຍາຍບົດບາດນຳພາທີ່ດີກວ່າເກົ່າ
ໃນການພົວພັນ ຈີນ-ອາຟຣິກາ. ທ່ານ ໂຢຊົຟ ກ່າວວ່າ: ສະຫະພາບອາຟຣິກາຊົມເຊີຍຢ່າງສູງຕໍ່ຜົນສຳເລັດທີ່ອຸດົມສົມບູນທີ່ເວທີປຶກສາຫາລື
ການຮ່ວມມື ຈີນ-ອາຟຣິກາ ໄດ້ຮັບພ້ອມດ້ວຍຄວາມຜາສຸກອັນແທ້ຈິງທີ່ໄດ້ນຳມາໃຫ້ປະຊາຊົນອາຟຣິກາ-ຈີນ.
ສະຫະພາບອາຟຣິກາ ເຄົາລົບຫຼັກການປະເທດຈີນດຽວຢ່າງເຄັ່ງຄັດ, ເດັດດ່ຽວສະໜັບສະໜູນປະເທດຈີນ ປົກປັກຮັກສາຜົນປະໂຫຍດ
ໃຈກາງໃນບັນຫາໄຕ້ຫວັນ, ຄັດຄ້ານທຸກການເຄື່ອນໄຫວທີ່ແບ່ງແຍກປະເທດຈີນ. ສະຫະພາບອາຟຣິກາ ຍິນດີຮ່ວມກັບຝ່າຍຈີນ, ສືບຕໍ່ຮັດ
ແໜ້ນການຮ່ວມມືອາຟຣິກາ-ຈີນ ໂດຍຜ່ານເວທີປຶກສາຫາລືຈີນ-ອາຟຣິກາ ແລະ ກົນໄກອື່ນໆ ເພື່ອສ້າງຜົນປະໂຫຍດຫຼາຍກວ່າເກົ່າໃຫ້ແກ່
ປະຊາຊົນສອງຝ່າຍ.
ແຫຼ່ງທີ່ມາ: ຂກທ
ວັນທີ 15/01/2026