ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປ ຈີນ ຈະ​ຍົກເລີກ​ພາສີ​ພິເສດ ສຳລັບ​ລົດ​ປະຢັດ​ພະລັງງານ​ບາງ​ປະເພດ

     ​​ສໍານັກ​ຂ່າວ​ຊິນ​ຮວາ, ກະຊວງ​ການ​ເງິນ​ຂອງ​ຈີນ​ໄດ້​ປະກາດ​ວ່າ: ຈີນ​ຈະ​ຍົກເລີກ​ນະໂຍບາຍ​ເກັບ​ພາສີ​ຍານພາຫະນະ ແລະ ເຮືອ ໃນ​
ອັດຕາ​ເຄິ່ງ​ໜຶ່ງ (ຫຼຸດ 50%) ສຳລັບ​ຍານພາຫະນະ​ປະຢັດ​ພະລັງງານ. ພ້ອມ​ກັນ​ນັ້ນ ກໍ​ຈະ​ຍົກເລີກ​ການ​ຍົກເວັ້ນ​ພາສີ​ສຳລັບ​ຍານພາຫະ
ນະ​ພະລັງງານ​ໃໝ່ (NEV) ບາງ​ປະເພດ ເຊັ່ນ: ຍານ ພາຫະນະ​ເພື່ອ​ການ​ຄ້າ ທີ່​ເປັນ​ລະບົບ​ໄຟຟ້າ100%, ຍານພາຫະນະ​ປລັກ​ອິນ ໄຮ​
ບຣິດ ແລະ ຍານພາຫະນະ​ ເພື່ອ​ການ​ຄ້າ​ແຊວ​ເຊື້ອ​ໄຟ ເລີ່ມ​ຕັ້ງແຕ່​ວັນ​ທີ 1 ມັງກອນ 2027 ເປັນຕົ້ນ​ໄປ, ເຊິ່ງ​ຜູ້​ເສຍ​ພາສີ​ທີ່​ມີ​ຍານພາ
ຫະນະ​ປະເພດ​ເຫຼົ່າ​ນີ້​ຈະ​ຕ້ອງ​ໄດ້​ຊຳລະ​ພາສີ​ເປັນ​ລາຍ​ປີ.

     ໃນ​ຂະນະ​ທີ່ ພາສີ​ຍານພາຫະນະ ແລະ ເຮືອ ແມ່ນ​ພາສີ​ຊັບ​ສິນ​ທີ່​ຮຽກ​ເກັບ​ເປັນ​ລາຍ​ປີ ຈາກ​ເຈົ້າ​ຂອງ ຫຼື ຜູ້​ຄອບ​ຄອງ​ຍານພາຫະນະ
ແລະ ເຮືອ. ໂດຍ​ແຕ່​ລະ​ພາກ​ພື້ນ​ໃນ​ລະດັບ​ແຂວງ ສາມາດ​ກຳນົດ​ອັດຕາ​ພາສີ ທີ່​ຈະ​ນຳ​ມາ​ໃຊ້​ບັງຄັບ​ສະເພາະ​ໃນ​ພື້ນ​ທີ່​ຂອງ​ຕົນ​ເອງ​ໄດ້ ພາຍ
​ໃຕ້​ຂອບ​ອັດຕາ​ພາສີ​ທີ່​ສູນ​ກາງ​ກຳນົດ​ໄວ້. ເຖິງ​ຢ່າງໃດ​ກໍ​ຕາມ, ຍານພາຫະນະ​ສ່ວນ​ບຸກຄົນ ທີ່​ເປັນ​ລະບົບ​ໄຟຟ້າ100% ແລະ ໃຊ້​ແຊວ​ເຊື້ອ​
ໄຟ ແມ່ນ​ຍັງ​ຄົງ​ບໍ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ປັບ​ປ່ຽນ​ນະໂຍບາຍ​ໃນ​ຄັ້ງ​ນີ້ ແລະ ຈະ​ໄດ້​ຮັບ​ການ​ຍົກເວັ້ນ​ພາສີ​ຕໍ່​ໄປ ເນື່ອງ​ຈາກ​ຍານພາຫະນະ​
ທັງ​ສອງ​ປະເພດ​ນີ້ ບໍ່​ໄດ້​ຢູ່​ໃນ​ຂອບ​ເຂດ​ການ​ເກັບ​ພາສີ ຕາມ​ກົດໝາຍ​ວ່າ​ດ້ວຍ​ພາສີ​ຍານພາຫະນະ ແລະ ເຮືອ ຂອງ​ຈີນ.

ແຫຼ່ງທີ່ມາ: ຂກທ
ວັນທີ 13/07/2026