
ນາຍົກລັດຖະມົນຕີ ມາເລເຊຍ ເນັ້ນວ່າ ອາຊຽນຕ້ອງເປັນກາງ
ໄທ-ກຳປູເຈຍ ຈົນກວ່າຈະໄກ່ເກ່ຍບັນຫາສຳເລັດ

ວັນທີ 7 ສິງຫາ 2025 ຜູ້ນຳມາເລເຊຍ ຢືນຢັນການປະຕິບັດໜ້າທີ່ຜູ້ໄກ່ເກ່ຍກໍລະນີຂັດແຍ່ງ ໄທ-ກຳປູເຈຍ ຈົນກວ່າຂໍ້ຂັດແຍ່ງທັງໝົດ
ຈະໄດ້ຮັບການແກ້ໄຂ ແລະ ເນັ້ນຈຸດຢືນຂອງອາຊຽນ “ຕ້ອງເປັນ ກາງ” ໃນເລື່ອງນີ້.
ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ມາເລເຊຍ ກ່າວຕໍ່ກອງປະຊຸມສະພາມາເລເຊຍ ໃນນະຄອນຫຼວງກົວລາລຳເປີ ເມື່ອບໍ່ດົນມາ
ນີ້ວ່າ: ມາເລເຊຍ ຈະຍັງປະຕິບັດໜ້າທີ່ຄົນກາງໃຫ້ການເຈລະຈາລະ ຫວ່າງໄທ ກັບ ກຳປູເຈຍ ຈົນກວ່າຂໍ້ຂັດແຍ່ງທັງໝົດຈະໄດ້ຮັບການແກ້ໄຂ
ຢ່າງສົມບູນ, ເຖິງວ່າ ມາເລເຊຍຈະຄົບວາລະການດຳລົງຕຳແໜ່ງປະທານສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ທ້າຍ
ປີນີ້ ແລະ ຟີລິບປິ່ນ ຈະຮັບຕຳແໜ່ງໃນປີ 2028. ທ່ານ ອັນວາ ອິບຣາຮິມ ກ່າວວ່າ: ເຄີຍມີການວາງແຜນແບບກວ້າງວ່າຕ້ອງການໃຫ້ ໄທ ແລະ
ກຳປູເຈຍ ຫາຂໍ້ຢຸດຕິຈາກບັນຫາທັງໝົດພາຍໃນ 3 ເດືອນ. ເຖິງຢ່າງໃດກໍຕາມ, ສະຖານະການທີ່ ເກີດຂຶ້ນສະທ້ອນແລ້ວວ່າ ການເຈລະຈາໃດ
ກໍຕາມບໍ່ສາມາດກຳນົດກອບໄລຍະເວລາໄດ້ຢ່າງຕາຍຕົວ, ສິ່ງສຳຄັນກວ່ານັ້ນ ຄືການເຮັດໃຫ້ການຫາລືຕ້ອງມີຄວາມຄືບໜ້າຢ່າງຕໍ່ເນື່ອງ, ຜ່ານ
ການຢຸດຍິງ ແລະ ໄທ-ກຳປູເຈຍ ຕ້ອງມີຄວາມມຸ້ງໝັ້ນຢ່າງແທ້ຈິງທີ່ຈະແກ້ໄຂບັນຫາທັງໝົດ. ຂະນະດຽວກັນ, ຜູ້ນຳ ມາເລເຊຍ ເນັ້ນຄວາມສຳ
ຄັນຫຼັກການທີ່ອາຊຽນຕ້ອງເປັນກາງໃນການແກ້ໄຂທຸກຂໍ້ຂັດແຍ່ງທີ່ເກີດຂຶ້ນລະຫວ່າງສະມາຊິກ ແລະ ເນັ້ນວ່າ: ຖ້າຕ້ອງມີການຈັດຕັ້ງຄະນະຕິດ
ຕາມສະຖາ ນະການ ຫຼື ກອງກຳລັງສະເພາະກິດ ເພື່ອຮ່ວມຮັກສາສັນຕິພາບຕາມຊາຍແດນລະຫວ່າງ ໄທ ກັບ ກຳປູເຈຍ ທີມງານເຫຼົ່ານີ້ຕ້ອງເປັນ
ຜູ້ແທນຈາກປະເທດສະມາຊິກອາຊຽນເທົ່ານັ້ນ, ອາຊຽນຕ້ອງຮ່ວມກັນຫາທາງຢັບຢັ້ງຄວາມພະຍາຍາມແຊກແຊງຂອງມະຫາອຳນາດພາຍນອກ.
ແຫຼ່ງທີ່ມາ: ຂກທ
ວັນທີ 12/08/2025