
ຣັດເຊຍ-ຫວຽດນາມສືບຕໍ່ຮ່ວມມືການສະກັດກັ້ນ ສະຖານະການສຸກເສີນ

ທ່ານ ອາເລັກຊານເດີ ກູເຣນກົບ ລັດຖະມົນຕີ ກະຊວງສະຖານະການສຸກເສີນ ສ.ຣັດເຊຍ ແລະ
ທ່ານ ຟ້າມ ມິງ ຈິງ, ນາຍົກລັດຖະມົນ ຕີ ແຫ່ງ ສສ ຫວຽດນາມ
ໃນວັນທີ 7 ມີນາ 2026 ນີ້ ທ່ານ ຟ້າມ ມິງ ຈິງ, ນາຍົກລັດຖະມົນ ຕີ ແຫ່ງ ສສ ຫວຽດນາມ ໄດ້ການຕ້ອນຮັບ ທ່ານ ອາເລັກຊານ
ເດີ ກູເຣນກົບ ລັດຖະມົນຕີ ກະຊວງສະຖານະການສຸກເສີນ ສ.ຣັດເຊຍ,ໃນເນື່ອງໂອກາດເດີນທາງມາເຮັດວຽກ ຢູ່ ສສ ຫວຽດນາມ.
ທ່ານ ຟ້າມ ມິງ ຈິງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ສາຍພົວພັນລະຫວ່າງສອງປະເທດ ໂດຍສະເພາະໃນຂົງ
ເຂດວຽກງານກະຊວງສະຖານະການສຸກເສີນ ສະຫະພັນຣັດເຊຍ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ຫວຽດນາມ ບຳລຸງສ້າງ ຜູ້ຊ່ຽວ
ຊານ, ຄູ-ອາຈານ ມີລະດັບວິຊາສະເພາະສູງ ຈຳນວນຫຼາຍ ໃນຂົງເຂດຕ້ານສະກັດກັ້ນອັກຄີໄພ, ດັບເພີງ ແລະ ການກູ້ໄພ, ກູ້ຊີບ. ໃນຕໍ່ໜ້າ,
ທ່ານ ນາຍົກລັດຖະມົນ ຕີ ຫວຽດນາມ ສະເໜີໃຫ້ ສອງຝ່າຍ ເພີ່ມທະວີການຮ່ວມມື, ແບ່ງປັນປະສົບການກ່ຽວກັບ ການແຈ້ງເຕືອນ,
ການສະກັດກັ້ນ ສະຖານະການສຸກເສີນ, ການກູ້ໄພ, ກູ້ຊີບ; ຫວັງວ່າ ຝ່າຍຣັດເຊຍ ຈະຊຸກຍູ້ການຖ່າຍທອດເຕັກໂນໂລຊີ, ຮ່ວມມືເພື່ອ
ຜະລິດບັນດາຍານພາຫະນະ, ອຸປະກອນເຕັກ ນິກວັດຖຸຕ່າງໆ; ຈັດຕັ້ງການຝຶກຊ້ອມຮ່ວມກັນ ແລະ ສືບຕໍ່ຊ່ວຍເຫຼືອ ຫວຽດນາມ ບຳລຸງ
ສ້າງ, ເຝິກຊ້ອມບຸກຄະລາກອນໃນຂົງເຂດນີ້.
ທ່ານ ອາເລັກຊານເດີ ກູເຣນກົບ ໄດ້ກ່າວວ່າ ການຮ່ວມມື ລະຫວ່າງ ກະຊວງສະຖານະການສຸກເສີນ ແລະ ບັນດາອົງການປະຕິບັດ
ກົດໝາຍ ສະຫະພັນຣັດເຊຍ ກັບ ກະຊວງຕຳຫຼວດຫວຽດນາມ ສືບຕໍ່ເປັນເສົາຫຼັກ ສຳຄັນ ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ
ຫວຽດນາມ-ສະຫະພັນຣັດເຊຍ; ພ້ອມດຽວນັ້ນ, ທ່ານໄດ້ ຢືນຢັນວ່າ ຈະຕັ້ງໜ້າຊຸກຍູ້ການຮ່ວມມືກັບບັນດາອົງການຝ່າຍຫວຽດນາມ,
ໂດຍສະເພາະໃນບັນດາຂົງ ເຂດ, ເນື້ອໃນ ທີ່ທ່ານນາຍົກລັດຖະມົນຕີ ໄດ້ກ່າວເຖິງ.
ແຫຼ່ງທີ່ມາ: ຂກທ
ວັນທີ 12/03/2026