ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ນາຍົກລັດຖະມົນຕີ ສະເໜີ​ໃຫ້ JCCI ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ ຫວຽດນາມ

     ​ຕາມ​ຂ່າວ (VOVWO-RLD) ຫວຽດນາມ, ນາຍົກລັດຖະມົນຕີ ຫວຽດນາມ ສະເໜີ​ໃຫ້ JCCI ແລະ ຄະນະ​ກຳມະການ​
ເສດຖະກິດ​ຍີ່ປຸ່ນ-ແມ່ນ້ຳ​ຂອງ​ສືບຕໍ່​ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ກະຊວງ, ຂະແໜງການ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ປະເທດ
ຊຸກຍູ້​ການ​ລົງທຶນ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ລົງທຶນ. ຕອນ​ບ່າຍ​ວັນ​ທີ 9 ກຸມພາ, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຟ້າມ​ມິງ​ຈິງ ໄດ້​
ເຮັດ​ວຽກ​ກັບ​ການ​ນຳ​ບັນດາ​ວິ​ສາ​ຫະ​ກິດ​ຂຶ້ນ​ກັບ​ຫ້ອງການ​ຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ (JCCI) ໂດຍ​ທ່ານ Keita Ishii ປະທານ
​ຄະນະ​ກຳມະການ​ເສດຖະກິດ​ຍີ່ປຸ່ນ - ແມ່ນ້ຳ​ຂອງ, ປະທານ ທັງ​ເປັນ CEO ກຸ່ມ​ບໍລິສັດ Itochu ເປັນ​ຫົວໜ້າ​ຄະນະ. ທ່ານ​ນາຍົກ
ລັດຖະມົນຕີ ຕີ​ລາ ຄາ​ສູງ​ການ​ຮ່ວມ​ມື, ປະກອບສ່ວນ​ອັນ​ລ້ຳ​ຄ່າ​ຂອງ JCCI ກໍ​ຄື​ຄະນະ​ກຳມະການ​ເສດຖະກິດ​ຍີ່ປຸ່ນ- ແມ່ນ້ຳ​ຂອງ
ໃນ​ການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະເທດ, ເປັນ​ຂົວ​ເຊື່ອມ​ຕໍ່​ຊ່ວຍ​ບັນດາ​ວິ​ສາ​ຫະ​ກິດ ຍີ່ປຸ່ນ ສືບຕໍ່​ເປີດ​ກວ້າງ​ການ​ລົງທຶນ​ເຂົ້າ​
ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຟ້າມ​ມິງ​ຈິງ ສະເໜີ JCCI ແລະ ຄະນະ​ກຳມະການ​ເສດຖະກິດ​ຍີ່ປຸ່ນ-ແມ່ນ້ຳ​ຂອງ​ສືບຕໍ່​ປະ
ສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ ກັບ​ບັນດາ​ກະຊວງ, ຂະແໜງການ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ປະເທດ ຊຸກຍູ້​ການ​ລົງທຶນ, ຍົກ​ສູງ​ຄຸນ​ນະ​ພາບ​
ການ​ລົງທຶນ, ພິເສດ ແມ່ນ​ຊຸກຍູ້​ຢ່າງ​ແຮງ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ ແລະ ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ ຫວຽດນາມ ຍົກ​ສູງ​ຄວາມ​ສາມາດ​
ໃນ​ການ​ຍາດ​ແຍ່ງ ເຂົ້າ​ຮ່ວມ​ລະບົບ​ມູນ​ຄ່າ​ຂອງ​ບັນດາ​ວິ​ສາ​ຫະ​ກິດ, ກຸ່ມ​ບໍລິສັດ​ໃຫຍ່​ຂອງ ຍີ່ປຸ່ນ ຢ່າງ​ເລິກເຊິ່ງ.

ແຫຼ່ງທີ່ມາ: ຂກທ
ວັນທີ 12/02/2026