
ກະຊວງການເງິນຫວຽດນາມ ສະເໜີຫຼຸດຜ່ອນອັດຕາພາສີນຳເຂົ້ານ້ຳມັນລົງ ເປັນ 0%

ຕາມຂ່າວຫວຽດນາມ ລາຍງານ ວັນທີ 9 ມີນາ, ກະຊວງການເງິນ ຫວຽດນາມ ໄດ້ສະເໜີຫຼຸດອັດຕາພາສີນຳເຂົ້ານ້ຳມັນເຊື້ອໄຟ
MFN ແຕ່ 10% ລົງເປັນ 0% ສຳລັບນ້ຳມັນແອັດຊັງ ແລະ ບັນດາວັດຖຸດິບປຸງແຕ່ງນ້ຳມັນແອັດຊັງ ຄື: Naphtha, reformate.
ຕໍ່ໜ້າຄວາມສ່ຽງແຫຼ່ງສະໜອງພະລັກງານທົ່ວໂລກຖືກຂາດວັກຂາດຕອນ ຍ້ອນຄວາມເຄັ່ງຕຶງຢູ່ພາກຕາເວັນອອກກາງ, ກະຊວງການ
ເງິນ ໄດ້ສະເໜີຫຼຸດຜ່ອນອັດຕາພາສີນຳເຂົ້າບຸລິມະສິດ (MFN) ລົງລະດັບ 0% ສຳລັບນ້ຳມັນເຊື້ອໄຟຫຼາຍຊະນິດ ແລະ ວັດຖຸດິບ ເພື່ອ
ຜະລິດນ້ຳມັນເຊື້ອໄຟ. ກະຊວງການເງິນ ສະເໜີ ພາສີນຳເຂົ້າ MFN ຫຼຸດລົງຈາກ 7% ລົງເປັນ 0% ສຳລັບ ເຊື້ອໄຟປະເພດ ຄື: ກາ
ຊວນ diesel, ນ້ຳມັນກາກ, ເຊື້ອໄຟ ເຮືອບິນ ແລະ ຊະນິດອື່ນໆ kerosine.
ແຫຼ່ງທີ່ມາ: ຂກທ
ວັນທີ 11/03/2026