ຫຼາຍປະເທດ ກ່າວປະນາມ ຜູ້ນໍາອິດສະຣາແອນ ກ່ຽວກັບ
ແນວຄິດສ້າງປະເທດ ປາແລັດສະຕິນ ຢູ່ອາຣາບີ ຊາອຸດິດ
ວິທະຍຸ-ໂທລະພາບສູນກາງ ສປ ຈີນ ລາຍງານໃຫ້ຮູ້ໃນ ວັນທີ 9 ກຸມພາ 2025 ນີວ່າ: ອີງຕາມຄຳເວົ້າຂອງ ທ່ານ ເບັນຈາມິນ ເນທັນຢາຮູ
ນາຍົກລັດຖະມົນຕີ ອິດສະຣາແອນ ກ່ຽວກັບການສ້າງປະເທດປາແລັດສະຕິນ ຢູ່ດິນແດນອາຣາບີ ຊາອຸດິດ, ວັນທີ 8 ກຸມພາ ຜ່ານມາ, ປາແລັດ
ສະຕິນ, ເອຢິບ, ຊູດັງ ແລະປະເທດອື່ນໆ ໄດ້ອອກຖະແຫຼງການຕາມລຳດັບ ເພື່ອກ່າວປະນາມຖ້ອຍຄວາມດັ່ງກ່າວ ທີ່ເປັນການລ່ວງລ້ຳອະທິປະ
ໄຕຂອງປາແລັດສະຕິນ ແລະ ອາຣາບີ ຊາອຸດິດ.
ວັນທີ 8 ກຸມພາ 2025, ກະຊວງການຕ່າງປະເທດ ປາແລັດສະຕິນ ໄດ້ອອກຖະແຫຼງການໂດຍກ່າວປະນາມຖ້ອຍຄວາມຂອງທ່ານນາຍົກ
ລັດຖະມົນຕີອິດສະຣາແອນ ກ່ຽວກັບ “ ການຈຳແນກເຊື້ອຊາດຜິວພັນ ແລະ ຄັດຄ້ານສັນຕິພາບ ” ແລະ ກ່າວວ່າ ຖ້ອຍຄວາມດັ່ງກ່າວ ຍັງໄດ້ລ່ວງ
ລ້ຳ ອະທິປະໄຕ ຂອງອາຣາບີຊາອຸດິດ ນຳອີກ. ກະຊວງການຕ່າງປະເທດເອຢິບ ກໍໄດ້ອອກຖະແຫຼງການໃນວັນດຽວກັນ ໂດຍກ່າວປະນາມຢ່າງຮຸນ
ແຮງຕໍ່ຖ້ອຍຄວາມຂອງອິດສະຣາແອນວ່າ: ຖ້ອຍຄວາມດັ່ງກ່າວ “ບໍ່ມີຄວາມຮັບຜິດຊອບ ແລະ ເຮັດໃຫ້ຄົນບໍ່ສາມາດຮັບໄດ້”.
ນອກນີ້, ກະຊວງການຕ່າງປະເທດຊູດັງ ກໍໄດ້ອອກຖະແຫຼງການໃນມື້ດຽວກັນອີກວ່າ: ຖ້ອຍຄວາມຂອງອິດສະຣາແອນ “ບໍ່ມີຄວາມຮັບຜິດ
ຊອບ”, ເປັນການລ່ວງລະເມີດຕໍ່ຫຼັກການຂອງກົດໝາຍສາກົນຢ່າງໜັກໜ່ວງ. ເມື່ອມໍ່ໆມານີ້ ໃນໂອກາດໃຫ້ສຳພາດຕໍ່ສື່ມວນຊົນ, ທ່ານ ເບັນຈາມິນ
ເນທັນຢາຮູ ນາຍົກ ລັດຖະມົນຕີອິດສະຣາແອນ ໄດ້ກ່າວວ່າ, ສາມາດສ້າງປະເທດປາແລັດສະຕິນ ຢູ່ດິນແດນອາຣາບີ ຊາອຸດິດ, ເພາະວ່າອາຣາບີ ຊາ
ອຸດິດ ມີດິນແດນຢ່າງກວ້າງຂວາງ. ສ່ວນອາຣາບີ ຊາອຸດິດ ຍັງບໍ່ທັນຕອບຄືນກ່ຽວກັບຖ້ອຍຄວາມດັ່ງກ່າວເທື່ອ.
ແຫຼ່ງທີ່ມາ: ຂກທ
ວັນທີ 11/02/2025