ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ຟ້າມ ​ມິງ​ ຈິງ ຕ້ອນຮັບ ຄະນະ​ກຳມະການ​ເສດຖະກິດ ອາຊີ-ເອີ​ຣົບ

     ​ຕາມ​ຂ່າວສານ​ອອນ​ໄລ ຫວຽດນາມ, ຕອນ​ບ່າຍ​ວັນ​ທີ 3 ມີນາ, ທີ່​ສຳນັກງານ​ນາຍົກລັດຖະມົນຕີ, ທ່ານ ຟ້າມ​ມິງ​ຈິ໊ງ ນາ
ຍົກລັດຖະມົນຕີ​ຫວຽດນາມ ໄດ້​ຕ້ອນຮັບ​ທ່ານ Bakytzhan Sagintayev ປະທານ​ສະພາ​ຄະນະ​ກຳມະການ​ເສດຖະກິດ
ອາຊີ-ເອີ​ລົບ (EAEU) ທີ່​ພວມ​ຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດນາມ. ສອງ​ຝ່າຍ​ໄດ້​ຕີ​ລາຄາ​ສູງ​ຕໍ່​ໝາກຜົນ​ທີ່​ຕັ້ງໜ້າ​ຫຼັງ​
ຈາກ 10 ປີ ​ແຫ່ງ​ການ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ ຫວຽດນາມ ແລະ EAEU (ລວມ​ມີ ຣັດ​ເຊຍ, ເບ​ລາ​ຣຸດ, ກາ​
ຊັກ​ສະຖານ, ອາກ​ເມ​ນີ ແລະ ກຽກ​ກິດ​ສະຖານ).

     ທ່ານ ຟ້າມ ​ມິງ ​ຈິ໊ງ ຖື​ວ່າ ຕ້ອງ​ສືບຕໍ່​ຊຸກຍູ້​ການ​ພົວພັນ ລະຫວ່າງ ຫວຽດນາມ - EAEU ດ້ວຍ​ບັນດາ​ສັນຍາ, ໂຄງການ​
ຮ່ວມມື​ທີ່​ລະອຽດ; ຂຸດ​ຄົ້ນ​ສັນຍາ​ໃຫ້​ດີ​ຂຶ້ນ, ເປີດ​ປະຕູ​ຕະຫຼາດ​ຕື່ມ​ອີກ, ຊຸກຍູ້​ການ​ຄ້າ, ການ​ລົງທຶນ, ເສີມ​ຂະຫຍາຍ​ບັນດາ​ທ່າ
ແຮງ​ທີ່​ເພີ່ມ​ເຕີມ​ເຊິ່ງ​ກັນ ແລະ ກັນ ດ້ວຍ​ຈິດໃຈ​ແຫ່ງ​ຄວາມ​ສາມັກຄີ ເພື່ອ​ມີ​ກຳລັງ​ແຮງ, ການ​ຮ່ວມ​ມື ​ເພື່ອ​ມີ​ແຫຼ່ງ​ກຳລັງ, ແລກ
ປ່ຽນ ​ເພື່ອ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຜົນ​ປະໂຫຍດ​ທີ່​ກົມກຽວ ແລະ ແບ່ງປັນ​ຄວາມ​ສ່ຽງ. ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ສອງ​
ຝ່າຍ ລະຫວ່າງຫວຽດນາມ ແລະ ບັນດາ​ປະເທດ EAEU ເວົ້າ​ລວມ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ນາຍົກລັດຖະມົນຕີ ສະເໜີ​ໃຫ້​
ສືບຕໍ່​ຜັນ​ຂະຫຍາຍ​ກົນ​ໄກ​ການ​ຮ່ວມ​ມື ລະຫວ່າງ ສອງ​ຝ່າຍ​ຢ່າງ​ມີ​ປະ​ສິດທິ​ຜົນ ເພື່ອ​ແກ້​ໄຂ​ຂໍ້​ຕິດ​ຂັດ​ທາງ​ດ້ານ​ເຕັກນິກ​ຢ່າງ​ທັນ​
ການ; ບັນດາ​ປະເທດ​ສະມາຊິກ EAEU ພິຈາລະນາ​ຍົກເລີກ​ມາດ​ຕະການ​ປ້ອງ​ກັນ​ລະດັບ ແລະ ເພີ່ມ​ໂຄ​ຕ້າ ສຳລັບ​ສິນຄ້າ​ບາງ​
ປະເພດ​ໃຫ້​ຫວຽດນາມ; ເປີດ​ກວ້າງ​ການ​ນຳ​ເຂົ້າ​ສິນຄ້າ​ຫວຽດນາມ ທີ່​ມີ​ທ່າແຮງ, ຄື: ຜະລິດ​ຕະ​ພັນ​ກະເສດ, ສິນ​ໃນ​ທະເລ, ສິນ​
ໃນ​ນ້ຳ, ເອ​ເລກ​ໂຕ​ນິກ...ທ່ານ Bakytzhan Sagintayev ໄດ້​ຕີ​ລາຄາ​ສູງ​ຕໍ່ໝາກຜົນ​ທີ່​ໜ້າ​ປະ​ທັບ​ໃຈ​ທີ່​ ຫວຽດນາມ ບັນລຸ​
ໄດ້​ໃນ​ໄລຍະ​ຜ່ານ​ມາໃນ​ການ​ຊຸກຍູ້​ການ​ເຕີບ​ໂຕ​ທາງ​ເສດຖະກິດ ແລະ ສະຖຽນ​ລະ​ພາບ​ເສດຖະກິດ​ມະຫາ​ພາກ; ເຊື່ອ​ໝັ້ນ​ວ່າ
ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ພົວພັນ​ສອງ​ຝ່າຍ​ຈະ​ສືບຕໍ່​ໄດ້​ຮັບ​ການ​ປັບປຸງ, ພັດທະນາ​ຢ່າງ​ແຂງແຮງ; ສະມາຊິກ EAEU ທຸກ​ປະ
ເທດ​ລ້ວນ​ແຕ່​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຫວຽດນາມ; ພ້ອມ​ທັງ​ຢືນຢັນ​ວ່າ ຫວຽດນາມ ແລະ EAEU ມີ​ຄວາມ​ຕ້ອງການ
​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ໄລຍະ​ໃໝ່ ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ແມ່ນ​ໃຫຍ່​ຫຼວງຫຼາຍ ດ້ວຍ​
ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈທາງ​ດ້ານ​ການເມືອງ​ສູງ.

ແຫຼ່ງທີ່ມາ: ຂກທ
ວັນທີ 10/03/2026