ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຂະໜາດ​ການ​ຄ້າ​-ການ​ບໍລິການ​ຂອງ​ ຈີນ ​ເປີດ​ກວ້າງ​ຢ່າງ​ໝັ້ນ​ທ່ຽງ

     ​ວັນ​ທີ 9 ກຸມພາ ວ່າ: ກະຊວງ​ການ​ຄ້າ​ຈີນ ໄດ້​ເປີດເຜີຍ​ໃຫ້​ຮູ້​ວ່າ: ປີ 2025, ການ​ຄ້າ​ການ​ບໍລິການ​ຂອງ ​ສປ ຈີນ​ ໄດ້​ຮັກສາ​ການ​
ເຕີບ​ໂຕ​ຢ່າງ​ໝັ້ນ​ທ່ຽງ, ໂດຍ​ຍອດ​ມູນ​ຄ່າ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ​ການ​ບໍລິການ​ມີ​ເຖິງ 8 ຕື້ ກວ່າ​ຢວນ, ເພີ່ມ​ຂຶ້ນ 7,4% ເມື່ອ​ທຽບ
ໃສ່​ປີ 2024. ໃນ​ນັ້ນ, ມູນ​ຄ່າ​ການ​ສົ່ງ​ອອກ​ມີ​ເຖິງ 3 ຕື້ກວ່າ​ຢວນ, ເພີ່ມ​ຂຶ້ນ 14,2%. ປີ 2025, ມູນ​ຄ່າ​ຂາ​ເຂົ້າ-ຂາ​ອອກ​ຂອງ​ການ​ບໍ
ລິການ​ແບບ​ສຸມ​ຄວາມ​ຮູ້​ມີ​ເຖິງ 3 ຕື້ ກວ່າ​ຢວນ, ເພີ່ມ​ຂຶ້ນ 6,6% ເມື່ອ​ທຽບໃສ່​ປີ 2024, ໄດ້​ເກີນ​ດຸນ​ການ​ຄ້າ​ເຖິງ 576 ຕື້ກວ່າ​ຢວນ,
ເພີ່ມ​ຂຶ້ນ 158 ຕື້ກວ່າ​ຢວນ​ເມື່ອ​ທຽບໃສ່​ປີ 2024. ຂະນະ​ທີ່ ​ສປ ຈີນ ​ເປີດ​ກວ້າງ​ການ​ຍົກ​ເວັ້ນ​ວີ​ຊ່າ​ຢ່າງ​ຕໍ່​ເນື່ອງ ແລະ ປັບປຸງ​ນະໂຍບາຍ
​ຖອນ​ຄືນ​ພາສີ​ໃນ​ເວລາ​ເດີນທາງ​ອອກ​ຈາກ ​ສປ ຈີນ ຢ່າງ​ບໍ່​ຢຸດ​ຢັ້ງ, ເຊິ່ງໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະເທດ​ເຂົ້າ​ໄປ​ທ່ອງ​ທ່ຽວ ແລະ ດຳ
ເນີນ​ທຸລະ​ກິດ​ຢູ່ ​ສປ ຈີນ​ ຫຼາຍ​ກວ່າ​ເກົ່າ, ເຮັດ​ໃຫ້ການ​ສົ່ງ​ອອກ​ການ​ບໍລິການ​ດ້ານ​ການທ່ອງທ່ຽວ​ໃນ​ປີ 2025 ເພີ່ມ​ຂຶ້ນ ຫຼາຍ​ກວ່າ​ປີ
2024 ເຖິງ 49,5%.

ແຫຼ່ງທີ່ມາ: ຂກທ
ວັນທີ 10/02/2026