ອີຣານ ເຊື່ອວ່າ ນະໂຍບາຍກໍ່ຄວາມກົດດັນຂອງ ອາເມຣິກາ ຈະປະລາໄຊ
ທ່ານ ອັບບາສ໌ ອາຣັກຊີ (Abbas Araghchi)
ໜັງສືພິມກອງທັບປະຊາຊົນຫວຽດນາມ ລາຍງານໃຫ້ຮູ້ໃນວັນທີ 6 ກຸມພາ 2025 ນີ້ວ່າ: ໃນການຖະແຫຼງຂ່າວ ພາຍຫຼັງກອງ
ປະຊຸມລັດຖະບານ ໃນວັນທີ 5 ກຸມພາ ຜ່ານມາ ຢູ່ນະຄອນຫຼວງ ເຕເຮຣານ, ທ່ານ ອັບບາສ໌ ອາຣັກຊີ (Abbas Araghchi) ເຊື່ອ
ໝັ້ນວ່າ: ນະໂຍບາຍກໍ່ຄວາມກົດດັນຢ່າງສຸດຂີດຕໍ່ ອີຣານ ທີ່ທ່ານ ໂດນັລ໌ ທຣຳ ປະທານາທິບໍດີ ອາເມຣິກາ ຄາດວ່າ ຈະຜັນຂະຫຍາຍ
ຄືນໃໝ່ນັ້ນ ຈະປະເຊີນໜ້າກັບຄວາມປະລາໄຊອີກຄັ້ງ, ສະພາບການຈະຄ້າຍຄືກັນກັບໄລຍະອາຍຸການເຮັດວຽກຂອງທ່ານປະທານາທິ
ບໍດີອາເມຣິກາກ່ອນໜ້ານີ້.
ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ໄດ້ຢືນຢັນຄືນໃໝ່ວ່າ: ໂຄງການນິວເຄລຍຂອງອີຣານ ແມ່ນມີຈຸດປະສົງໃນທາງສັນຕິ
ເທົ່ານັ້ນ ແລະ ອີຣານ ບໍ່ມີແນວຄິດສ້າງອາວຸດນິວເຄຼຍ ຄືດັ່ງຄຳກ່າວຫາຂອງຝ່າຍຕາເວັນຕົກ. ໃນຂະນະດຽວກັນ, ໃນສານທີ່ໄດ້ປະກາດ
ໃນວັນທີ 05 ກຸມພາ ຜ່ານມາ, ທ່ານປະທານາທິບໍດີ ອາເມຣິກາ ໄດ້ຢືນຢັນວ່າ: ຢາກໃຫ້ ອີຣານ ກາຍເປັນປະເທດທີ່ຍິ່ງໃຫຍ່ ແລະ ບໍ່
ມີອາວຸດນິວເຄລຍ.
ພ້ອມດຽວກັນນັ້ນ, ທ່ານປະທານາທິບໍດີ ອາເມຣິກາ ກໍຄັດຄ້ານບາງບົດລາຍງານທີ່ຖືວ່າ: ອາເມຣິກາ ແລະ ອິດສະຣາແອັນ ຈະດຳ
ເນີນການບຸກໂຈມຕີທາງການທະຫານຕ້ານ ອີຣານ, ໂດຍເນັ້ນໜັກວ່າ: ວໍຊິງຕັນ ພ້ອມແລ້ວທີ່ຈະໄກ່ເກ່ຍກັບ ເຕເຮຣານ.
ແຫຼ່ງທີ່ມາ: ຂກທ
ວັນທີ 10/02/2025