ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາ​ເມ​ຣິ​ກາ ສະເໜີ​ເງິນ 2.500 ໂດ​ລາ ໃຫ້​ເດັກ​ທີ່​ບໍ່​ມີ​ຜູ້​ປົກຄອງ​ອົບ​ພະ​ຍົບ​ກັບ​ປະເທດ

     ​ສຳນັກ​ຂ່າວ​ຊິນ​ຮວາ​ລາຍງານ​ໃນ​ວັນ​ທີ 6 ຕຸລາ 2025 ວ່າ: ລັດຖະບານ​ຂອງ​ປະທານາທິບໍດີ ໂດ​ນັນ ທຣຳ ຜູ້ນຳ​ອາ​ເມ​ຣິ​ກາ ສະເໜີ​
ມອບ​ເງິນ 2.500 ໂດ​ລາ ໃຫ້​ເດັກນ້ອຍ​ຜູ້​ອົບ​ພະ​ຍົບ​ທີ່​ບໍ່​ມີ​ຜູ້​ປົກຄອງ ຫຼື ຜູ້​ເບິ່ງແຍງ​ຕາມ​ກົດໝາຍ ເພື່ອ​ກະ​ຕຸ້ນ​ໃຫ້​ເດີນທາງ​ອອກ​ຈາກ​
ອາ​ເມ​ຣິ​ກາ ​ດ້ວຍ​ຄວາມ​ສະໝັກ​ໃຈ ຕາມ​ຈົດໝາຍ​ທີ່​ສົ່ງ​ ໄປ​ຫາ​ສູນ​ສຳລັບ​ຜູ້​ລີ້​ໄພ​ໃນ​ ວັນ​ທີ 3 ຕຸລາ ຜ່ານ​ມາ.

     ສຳນັກງານ​ຈັດ​ຫາ​ທີ່​ພັກ​ຜູ້​ລີ້​ໄພ​ຂອງ​ກະຊວງ​ຄວາມ​ໝັ້ນຄົງ​ແຫ່ງ​ມາຕຸພູມ (DHS) ລະບຸ​ວ່າ: ກະຊວງ​ຄວາມ​ໝັ້ນຄົງ​ແຫ່ງ​ມາ ຕຸພູມ
ຈະ​ມອບ​ເງິນ​ສະໜັບສະ ໜູນ​ການ​ຈັດ​ຫາ​ທີ່​ພັກ​ຄັ້ງ​ດຽວ​ ໃຫ້​ເດັກ​ທີ່​ບໍ່​ມີ​ຜູ້​ປົກຄອງ​ອາຍຸ 14 ປີ​ຂຶ້ນ​ໄປ ໂດຍ​ເຈົ້າ​ໜ້າທີ່​ກວດ​ຄົນ​ເຂົ້າ​ເມືອງ
ແລະ ອາກອນ (ICE) ລະບຸ​ວ່າ: ຂໍ້​ສະເໜີ​ນີ້​ເລີ່ມ​ມອບ​ໃຫ້​ເດັກ​ອາຍຸ 17 ປີ​ເປັນ​ອັນ​ດັບ​ທຳ​ອິດ. ຂໍ້ຄວາມ​ໃນ​ຈົດໝາຍ​ຍັງ​ລະບຸ​ວ່າ: ເດັກ​ທີ່​
ມາ​ຈາກ​ແມັກ​ຊິກ​ບໍ່​ສາມາດ​ເຂົ້າ​ຮ່ວມ​ໂຄງການ​ນີ້​ໄດ້, ແຕ່​ເດັກ​ທີ່​ສະໝັກ​ໃຈ​ອອກ​ຈາກ​ອາ​ເມ​ຣິ​ກາ​ກ່ອນ​ວັນ​ທີ 3 ຕຸລາ ຈະ​ໄດ້​ຮັບ​ສິດ​ຕາມ​
ຂໍ້​ສະເໜີ​ນີ້. ເຈົ້າ​ໜ້າທີ່​ຂອງ ICE ແລະ DHS ຢືນຢັນ​ວ່າ​ມີ​ຂໍ້​ສະເໜີ​ທາງ​ການ​ເງິນ​ເກີດ​ຂຶ້ນ​ແທ້, ແຕ່​ບໍ່​ໄດ້​ລະບຸ​ຈຳນວນ​ເງິນ​ຊັດ​ເຈນ.

     ທັງ​ນີ້, ຂໍ້​ສະເໜີ​ນີ້​ຖື​ເປັນ​ຂໍ້​ສະເໜີ​ທາງ​ການ​ເງິນ​ຫລ້າ​ສຸດ​ຈາກ DHS ພາຍ​ໃຕ້​ການ​ນຳ​ຂອງ​ປະທານາທິບໍດີ ໂດ​ນັນ ທຣຳ ເພື່ອ​ສົ່ງເສີມ
​ການ​ເນລະເທດ​ໂດຍ​ສະໝັກ​ໃຈ ໂດຍ​ໃນ ​ເດືອນ​ ມິຖຸນາ ​ຜ່ານ​ມາ ກະຊວງ​ການ​ຕ່າງປະເທດ​ອາ​ເມ​ຣິ​ກາ​ ໄດ້​ໂອນເງິນ 250 ລ້ານ​ໂດ​ລາ
ໃຫ້ DHS ສຳລັບ​ການ​ເນລະເທດ ​ໂດຍ​ສະໝັກ​ໃຈ ພ້ອມ​ສະເໜີ​ເງິນ 1.000 ໂດ​ລາ ໃຫ້​ຜູ້​ລີ້​ໄພ​ທີ່​ເດີນທາງ​ກັບ​ປະເທດ​ດ້ວຍ​ຕົນ​ເອງ. ຈາກ
​ຂໍ້​ມູນ​ຂອງ​ລັດຖະບານ​ອາ​ເມ​ຣິ​ກາ ​ແລ້ວ ເດັກ​ທີ່​ອົບ​ພະ​ຍົບ 600.000 ກວ່າ​ຄົນ​ໄດ້​ຂ້າມ​ແດນ ​ອາ​ເມ​ຣິ​ກາ-ແມັກ​ຊິກ ​ໂດຍ​ບໍ່​ມີ​ຜູ້​ປົກຄອງ ຫຼື
ຜູ້​ເບິ່ງແຍງ​ຕາມ​ກົດໝາຍ​ນັບ​ແຕ່​ປີ 2019.

ແຫຼ່ງທີ່ມາ: ຂກທ
ວັນທີ 09/10/2025