ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາກ​ຊັງ​ຕິນ ເປັນ​ປະເທດ​ທຳ​ອິດ​ໃນ​ໂລກ ຈັດ​ຕັ້ງ​ບໍລິສັດ​ດຳເນີນ​ງານ​ດ້ວຍ ເອ​ໄອ

     ​​ອີງ​ຕາມ​ສຳນັກ​ຂ່າວ​ຕ່າງ ປະເທດ, ລັດຖະບານ ອາກ​ຊັງ​ຕິນ ພວມ​ວາງ​ແຜນ​ເປີດ​ທາງ​ໃຫ້​ມີ​ການຈັດຕັ້ງ​ບໍລິສັດ ທີ່​ດຳເນີນ​ງານ​ດ້ວຍ​
ປັນຍາ​ປະດິດ (AI) ຢ່າງ​ເຕັມ​ຮູບ​ແບບ ໂດຍ​ຈະ​ເປັນ​ປະເທດ​ທຳ​ອິດ​ຂອງ​ໂລກ​ທີ່​ລິ​ເລີ່ມ​ແນວ​ຄິດ​ດັ່ງກ່າວ.

     ເດືອນ​ຜ່ານ​ມາ, ປະທາ ນາທິບໍດີ ຮາ​ເວຍ ມິ​ເລ (Javier Milei) ຜູ້ນຳ ອາກ​ຊັງ​ຕິນ ໄດ້​ປະກາດ​ສະເໜີ​ຮ່າງ​ກົດໝາຍ​ຕໍ່​ລັດ​ຖະ​ສະ
ພາ ເພື່ອ​ຈັດ​ຕັ້ງ ນິຕິບຸກຄົນ​ທີ່​ບໍ່​ແມ່ນ​ມະນຸດ (Non-Human Corporations) ເຊິ່ງ​ຈະ​ບໍລິຫານ​ຈັດການ​ໂດຍ​ລະບົບ AI ທັງ​ໝົດ.
ທ່ານ ຮາ​ເວຍ ມິ​ເລ ໄດ້​ຂຽນ​ບົດ​ຄວາມ​ສະແດງ​ຄວາມ​ຄິດ​ ເຫັນ​ໃນ​ໜັງສືພິມ ໄຟ​ແນນ​ໂຊ ໄທ​​ມສ໌ (Financial Times) ໂດຍ​ອະທິ
ບາຍ​ເຖິງ​ບໍລິສັດ​ຮູບ​ແບບ​ໃໝ່ ທີ່​ສາມາດ​ດຳເນີນ​ງານ​ໄດ້​ໂດຍ​ບໍ່​ມີ​ພະນັກງານ​ທີ່​ເປັນ​ມະນຸດ ເຊິ່ງ​ຈະ​ໃຫ້​ຕົວ​ແທນ AI ຫລື ຫຸ່ນ​ຍົນ ໃຊ້​ດຸນ
​ພິນິດ​ຢ່າງ​ເປັນ​ເອກະລາດ​ໃນ​ສະພາບ​ແວດ​ລ້ອມ​ທີ່​ບໍ່​ສາມາດ​ຄາດ​ເດົາ​ໄດ້.

ແຫຼ່ງທີ່ມາ: ຂກທ
ວັນທີ 09/07/2026