
ສິງກະໂປ ສ້າງລາຍຮັບຈາກການທ່ອງທ່ຽວ ສູງແບບບໍ່ເຄີຍມີມາກ່ອນ

ວັນທີ 5 ກຸມພາ ນີ້: ຄະນະກຳມະການທ່ອງທ່ຽວສິງກະໂປ ໄດ້ເປີດເຜີຍໃຫ້ຮູ້ວ່າ, ລາຍຮັບຈາກການທ່ອງທ່ຽວຂອງສິງກະໂປ ໃນ
ສາມໄຕມາດທຳອິດຂອງປີ 2025 ໄດ້ເພີ່ມຂຶ້ນ 6,5% ເມື່ອທຽບໃສ່ປີກ່ອນໜ້າ ຊຶ່ງບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ ທີ່ 23.9
ຕື້ໂດລາສິງກະໂປ (ປະມານ 18.8 ຕື້ໂດລາ) ແລະ ມີທ່າອ່ຽງທີ່ຈະສ້າງລາຍຮັບໄດ້ຕະຫຼອດປີ 2025 ສູງກວ່າເປົ້າໝາຍທີ່ຄາດຄະເນໄວ້
ທີ່ 29-30.5 ຕື້ໂດລາສິງກະໂປ. ຄະນະກຳມະການທ່ອງທ່ຽວສິງກະໂປ ຍັງລະບຸວ່າ: ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມ
ສິງກະໂປ ໃນປີ 2025 ຄາດວ່າຈະຢູ່ທີ່ 16.9 ລ້ານຄົນ, ເພີ່ມຂຶ້ນ 2,3% ເມື່ອທຽບໃສ່ປີກ່ອນໜ້າ, ໂດຍມີນັກທ່ອງທ່ຽວຈາກຈີນ, ອິນ
ໂດເນເຊຍ, ມາເລເຊຍ, ອົດສະຕຣາລີ ແລະ ອິນເດຍ. ນອກຈາກນັ້ນ, ຄະນະກຳມະການທ່ອງທ່ຽວສິງກະໂປ ຍັງຄາດຄະເນວ່າ: ຈຳນວນ
ນັກທ່ອງທ່ຽວທັງໝົດທີ່ເຂົ້າມາໃນປີ 2026 ຈະບັນລຸ 17-18 ລ້ານຄົນ, ເນື່ອງຈາກຈະມີນັກທ່ອງທ່ຽວເດີນທາງເຂົ້າຊົມຄອນເສີດຂອງວົງ
ດົນຕີ ຊື່ດັງຂອງປະເທດນີ້, ລວມທັງການແຂ່ງລົດ ແລະ ການລ່ອງເຮືອສຳລານ ທັງນີ້, ຄະນະກຳມະການ ທ່ອງທ່ຽວສິງກະໂປ ຍັງຕັ້ງເປົ້າ
ໝາຍລາຍຮັບຈາກການທ່ອງທ່ຽວໃນປີ 2026 ຢູ່ທີ່ 31-32.5 ຕື້ໂດລາ ສິງກະໂປ.
ແຫຼ່ງທີ່ມາ: ຂກທ
ວັນທີ 09/02/2026