
ສປປ ເກົາຫຼີ ສືບຕໍ່ຜະລິດຂີປະນາວຸດ ICBM

ຕາມແຫຼ່ງຂ່າວ ຊິນຮວາ ລາຍງານໃຫ້ຮູ້ວ່າ: ທ່ານ ລີແຈຢຸງ (Lee Jae-myong) ປະທານອົງການຮັກສາຄວາມໝັ້ນຄົງໂລກ
ກ່າວເມື່ອ ວັນທີ 25 ກັນຍາ ຜ່ານມານີ້ວ່າ ສປປ ເກົາຫຼີ ຢູ່ໃນໄລຍະສຸດທ້າຍຂອງການພັດທະນາລູກສອນໄຟຂີປະນາວຸດຂ້າມທະວີບ
Intercontinental Ballistic Missile (ICBM) ທີ່ສາມາດຍິງລູກສອນໄຟນິວເຄຼຍໄດ້ໄກເຖິງ 5.500 ກິໂລແມັດ, ເຖິງແມ່ນວ່າ
ຍັງບໍ່ທັນມີຄວາມຊຳນານດ້ານເຕັກໂນໂລຊີເທື່ອ ແຕ່ພວກເຮົາກຳລັງພັດທະນາລູກສອນໄຟຂີປະນາວຸດຂ້າມທະວີບ ທີ່ສາມາດຍິງໄດ້
ໄກ ແລະ ມີສັກກະຍາພາບທາງດ້ານການທະຫານ, ເຖິງວ່າຍັງບໍທັນປະສົບຜົນສຳເລັດເທື່ອ, ແຕ່ກໍ່ຢູ່ໃນຂັ້ນຕອນສຸດທ້າຍແລ້ວ.
ຂີປະນາວຸດຂ້າມທະວີບ (ICBM) ເປັນຂີປະນາວຸດໄລຍະໄກທີ່ມີໄລຍະການຍິງຂ້າມທະວີບໄດ້ໄກກວ່າ 5.500 ກິໂລແມັດ.
ໂດຍປົກກະຕິ, ຂີປະນາວຸດປະເພດນີ້ໃຊ້ບັນຈຸຫົວຮົບນິວເຄຼຍ ເພື່ອທຳລາຍເປົ້າໝາຍໄດ້ຢ່າງກວ້າງຂວາງຈາກໄລຍະໄກ. ສາມາດບັນ
ທຸກຫົວລະເບີດໄດ້ຫຼາຍຫົວແບບ Multiple Inde pendently Targetable Reentry Vehicles (MIRVs) ແລະ ຕິດຕັ້ງໄຊ້
ຍິງ ທາງຍຸດທະສາດ multitenant III, ທີ່ໄດ້ອອກແບບມາເພື່ອບັນທຸກຫົວລະເບີດນິວເຄລຍ ພ້ອມດຽວກັນນັ້ນຍັງບໍ່ສາມາດຕິດ
ຫົວລະເບີດເຄມີ ຫຼື ອາວຸດຫົວລະເບີດທົ່ວໄປໄດ້. ທ່ານ ໄດ້ກ່າວຕື່ມວ່າ: ໃນປັດຈຸບັນພວກເຮົາ ມີຫຼາຍຄູ່ແຂ່ງທີ່ຜະລິດ ແລະ ກຳລັງ
ພັດທະນາທາງດ້ານຂີປະນາວຸດ ICBM ນີ້ໃນພູມີພາກ ແລະ ພາກພື້ນ, ໃນຂະນະທີ່ປະທານາທິບໍດີສະຫະລັດ ເອງໄດ້ກ່າວໃນ ເດືອນ
ສິງຫາ ທີ່ຜ່ານມາວ່າ ທ່ານຢາກພົບປະກັບຜູ້ນຳ ສປປ ເກົາຫຼີ, ອາດຈະແມ່ນໃນຕົ້ນປີໜ້າ.
ແຫຼ່ງທີ່ມາ: ຂກທ
ວັນທີ 06/10/2025