ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ຕ່າງປະເທດ, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ຕ້ອນຮັບ​ໃຊ້​ການ​ພັດທະນາ,
ການ​ເປັນ​ເຈົ້າ​ຍຸດ​ທະ​ສາດ

     ​​ຕາມ​ຂ່າວ​ຫວຽດນາມ, ໃນ​ສະພາບ​ການ​ໂລກ​ມີ​ການ​ຫັນປ່ຽນ​ຢ່າງ​ວ່ອງໄວ, ສັບສົນ, ວຽກ​ງານ​ການ​ຕ່າງ​ປະເທດ, ການ​ເຊື່ອມ​ໂຍງ​ເຂົ້າ
ກັບ​ສາກົນ​ຕ້ອງ ​ໄດ້​ມີ​ການ​ຄາດ​ຄະເນ​ລ່ວງ​ໜ້າ, ໃຫ້​ຄຳ​ປຶກສາ​ຢ່າງ​ວ່ອງໄວ. ຕອນ​ບ່າຍ​ວັນ​ທີ 30 ມິຖຸນາ ຜ່ານ​ມາ, ຢູ່​ສຳນັກງານ​ສູນ​ກາງ​ພັກ
ທີ່ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ຕ່າງປະເທດ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ (ຄະນະ​ຊີ້​ນຳ) ໄດ້​ຈັດ​ວາລະກອງ​ປະຊຸມ ຄັ້ງ
ທີ 1, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ໂຕ ​ເລິມ ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດນາມ, ປະທານ​
ປະເທດ ຫວຽດນາມ, ຫົວໜ້າ​ຄະນະ​ຊີ້​ນຳ. ໂດຍ​ມີ ທ່ານ ເລ ​ມິນ​ ຮຶງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນ ​ແທັງ ​ເໝີ້ນ ປະທານ​ສະພາ​ແຫ່ງ​
ຊາດ, ທ່ານ ເຈິ່ນ ​ເກິມ ​ຕູ ຜູ້​ປະຈຳການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ເຂົ້າ​ຮ່ວມ.

     ກ່າວ​ຄຳ​ເຫັນ​ສະຫຼຸບ​ວາລະ​ປະຊຸມ, ທ່ານ ໂຕ ​ເລິມ ເນັ້ນ​ໜັກ​ວ່າ, ໃນ​ສະພາບ​ການ​ໂລກ​ມີ​ການ​ຫັນປ່ຽນ​ຢ່າງ​ວ່ອງໄວ, ສັບສົນ, ວຽກ​
ງານ​ການ​ຕ່າງປະເທດ, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຕ້ອງ​ໄດ້​ມີ​ການ​ຄາດ​ຄະເນ​ລ່ວງ​ໜ້າ, ໃຫ້​ຄຳ​ປຶກສາ​ຢ່າງ​ວ່ອງໄວ, ຊັດ​ເຈນ ແລະ ເປັນ​ເຈົ້າ​
ການ​ໃນ​ການ​ກະທຳ ໃນ​ຂະນະ​ນັ້ນ​ຄວາມ​ຮຽກຮ້ອງ​ການ​ພັດທະນາ​ປະເທດ​ຊາດ​ຮອດ​ປີ 2030, ວິໄສ​ທັດ​ຮອດ​ປີ 2045 ແມ່ນ​ມີ​ຄວາມ​ຄາດ​
ຫວັງ​ຢ່າງ​ໃຫຍ່​ຫຼວງ, ມີ​ເປົ້າ​ໝາຍ​ສູງ​ທີ່​ສຸດ. ການ​ຕ່າງປະເທດ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຕ້ອງ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ, ເປັນ​
ເຈົ້າ​ຍຸດ​ທະ​ສາດ ແລະ ຍົກ​ສູງ​ກຳລັງ​ແກ່ງ​ແຍ້ງ​ແຫ່ງ​ຊາດ​ໂດຍ​ກົງ​ກວ່າ. ເມື່ອ​ກ່າວ​ເຖິງ​ໜ້າທີ່​ໃນຕໍ່ໜ້າ​​ຕ້ອງ​ສຸມ​ໃສ່​ໃນ​ໄລຍະ 6 ເດືອນ ​ທ້າຍ​ປີ
2026, ທ່ານ ໂຕ​ເລິມ ຊີ້​ແຈ້ງ​ຕື່ມ​ວ່າ, ບັນດາ​ອົງການ​ທີ່​ກ່ຽວຂ້ອງ ຕ້ອງ​ສ້າງ​ບັນດາ​ເອກະສານ​ພື້ນຖານ​ໃຫ້​ສົມບູນ​ແບບ​ໃນ​ທັນທີ ເພື່ອ​ໃຫ້​ຄະ
ນະ​ຊີ້​ນຳ​ເປັນ​ເອກະ​ພາບ​ໃນ​ການເຄື່ອນໄຫວ, ມີ​ປະ​ສິດທິ​ຜົນ.

ແຫຼ່ງທີ່ມາ: ຂກທ
ວັນທີ 06/07/2026