ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາ​ເມ​ຣິ​ກາ ອາດ​ຈະ​ເກີດ​ຄວາມຂັດແຍ້ງ​ດ້ານ​ການເມືອງ
ແລະ ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະກິດ​ໃນ​ປີ 2025

     ອີງ​ຕາມ​ໜັງສືພິມ ເດິ​​ຮິລ (The Hill) ຂອງ​ອາ​ເມ​ຣິ​ກາ ລາຍ​ງານ​ໃນ​ວັນ​ທີ 31 ທັນວາ ຜ່ານ​ມາ, ​ໂດຍ​ອ້າງ​ຕາມ​ຜົນ​ການສໍາຫຼວດ​ປະຊາ
​ມະຕິ ກາ​ລັບ (Gallup) ສະບັບ​ຫຼ້າ​ສຸດ ສະແດງ​ໃຫ້​ເຫັນ​ວ່າ: ປະຊາຊົນ​ອາ​ເມ​ຣິ​ກາ ທີ່​ເຂົ້າ​ຮ່ວມ​ການ​ສຳ​ຫຼວດ​ດັ່ງກ່າວ ສ່ວນ​ຫຼາຍ​ມີ​ຄວາມ
​ເປັນ​ຫ່ວງ​ຫຼາຍ​ຕໍ່​ສະຖານະ​ການ​ໃນ​ປີ 2025 ໂດຍ​ໄດ້​ຄາດ​ຄະເນ​ວ່າ: ຈະ​ເກີດ​ການ​ປະ​ທະ​ກັນ​ດ້ານ​ການເມືອງ, ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະ
ກິດ ແລະ ການ​ປະ​ທະ​ກັນ​ໃນ​ສາກົນ ໃນ​ປີ 2025.

     ຜົນ​ການ​ສຳ​ຫຼວດ​ສະແດງ​ໃຫ້​ເຫັນ​ວ່າ: ຜູ້​ຕອບ​ແບບ​ສອບ​ຖາມ 76% ເຫັນ​ວ່າ ໃນ​ປີ 2025, ອາ​ເມ​ຣິ​ກາ ຈະ​ເກີດ​ການ​ປະ​ທະ​ກັນ​ດ້ານ
ການເມືອງ​ເປັນ​ຫຼັກ ແລະ ບໍ່​ມີ​ການ​ຮ່ວມ​ມື. ພ້ອມ​ກັນ​ນັ້ນ, ຜູ້​ຕອບ​ແບບ​ສອບ​ຖາມ 56% ຄາດ​ຄະເນ​ວ່າ ເສດຖະກິດ ຈະ​ປະ​ເຊີນ​ໜ້າ​ກັບ​
ຄວາມ​ຫຍຸ້ງຍາກ​ຫຼາຍ​ກວ່າ​ເກົ່າ ແລະ ບໍ່​ມີ​ຄວາມ​ຈະເລີນ​ຮຸ່ງເຮືອງ. ຜູ້​ຕອບ​ແບບ​ສອບ​ຖາມ 67% ເຫັນ​ວ່າ ສະຖານະ​ການ​ສາກົນຈະ​ເຄັ່ງ​ຕຶງ
​ຂຶ້ນ​ອີກ.

     ຜົນ​ການ​ສຳ​ຫຼວດ​ປະຊາ​ມະຕິ​ດັ່ງກ່າວ, ໄດ້​ດຳເນີນ​ໃນ​ລະຫວ່າງ​ວັນ​ທີ 4-15 ທັນວາ ທີ່​ຜ່ານ​ມາ, ໂດຍ​ມີ​ຊາວ​ອາ​ເມ​ຣິ​ກາ ຈຳນວນ 2.121
ຄົນ​​ຮ່ວມຕອບແບບສອບຖາມ.

ແຫຼ່ງທີ່ມາ: ຂກທ
ວັນທີ 06/01/2025