ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂອເປັກ ຈັດກອງປະຊຸມສຸກເສີນ ແລະ ເຫັນດີ ເພີ່ມປະລິມານການຜະລິດນໍ້າມັນຕື່ມ

     ​ໃນ​ວັນ​ທີ 3 ມີນາ 2026 ນີ້​ ອົງການ​ບັນດາ​ປະເທດ​ສົ່ງ​ອອກ​ນ້ຳມັນ ແລະ ບັນດາ​ຄູ່​ຮ່ວມ​ມື (OPEC+) ບັນລຸ​ໄດ້​ຂໍ້​ຕົກລົງ​ເບື້ອງ​ຕົ້ນ​ກ່ຽວ
​ກັບ​ການ​ເພີ່ມ​ປະລິມານ​ນ້ຳມັນ​ຈຳນວນໜຶ່ງ, ການ​ກະທຳ​ນີ້​ເພື່ອ​ແນໃສ່​ຮັບ​ມື​ກັບ​ສະພາບ​ການ​ຂາດ​ວັກ​ຂາດ​ຕອນ​ໃນ​ການ​ຂົນສົ່ງ​ທາງ​ທະເລ​ທີ່​ຮ້າຍ
​ແຮງ​ຢູ່​ພາກ​ພື້ນ​ຕາເວັນ​ອອກ​ກາງ ພາຍຫຼັງ​ບັນດາ​ການ​ຜັນ​ແປ​ດ້ານ​ການ​ທະຫານ​ຄັ້ງ​ຫຼ້າ​ສຸດ​ລະຫວ່າງ ອາ​ເມ​ຣິ​ກາ-ອິດ​ສະ​ຣາ​ແອນ ແລະ ອີ​ຣານ.

     ພາຍຫຼັງ ຊ່ອງ​ແຄບ ຮໍ​ມຸດ ເຊິ່ງ​ແມ່ນ​ເສັ້ນທາງ​ທະເລ​ຫຼັກ​ແຫຼ່ງ ຂົນສົ່ງ​ນ້ຳມັນ ກວ່າ 20% ປະລິມານ​ນ້ຳມັນ​ໃນ​ທົ່ວ​ໂລກ ຖືກ​ປິດ​ລ້ອມ​ແຕ່​
ວັນ​ທີ 28 ກຸມພາ ຕາມ​ຄຳ​ກ່າວ​ເຕືອນ​ຂອງ ຝ່າຍ​ອີ​ຣານ. ດັ່ງນັ້ນ​ໃນ​ວັນ​ທີ 2 ມີນາ​ ຜ່ານ​ມາ OPEC+ ໄດ້​ຈັດ​ກອງ​ປະຊຸມ​ສຸກ​ເສີນ ແລະ ເຫັນ
​ດີ​ກ່ຽວ​ກັບ​ຫຼັກການ ເພີ່ມ​ປະລິມານ​ການ​ຂຸດ​ຄົ້ນ​ຕື່ມ​ອີກ ຈາກ 137.000 ຖັງ/ວັນ ຂຶ້ນ​ເປັນ 548.000ຖັງ/ວັນ. ເຖິງ​ວ່າ OPEC+ ມີ​ມູນເຊື້ອ
​ເພີ່ມ​ປະລິມານ ​ເພື່ອ​ຊົດ​ເຊີຍ​ຄວາມ​ຂາດເຂີນ ແຕ່​ວົງ​ການ​ນັກ​ວິເຄາະ ກ່າວ​ເຕືອນ​ວ່າ ຄວາມ​ສາມາດ​ໃນ​ການ​ຜະລິດ​ສຳຮອງ​ໃນ​ປັດຈຸບັນ​ຂອງ​ກຸ່ມ​
ແມ່ນ​ຈຳກັດ​ທີ່​ສຸດ.

ແຫຼ່ງທີ່ມາ: ຂກທ
ວັນທີ 05/03/2026