ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິດ​ສະ​ຣາ​ແອນ ກຽມ​ການ​ເຈລະຈາ​ໄລຍະ​ທີ​ສອງ​ຂອງ​ຂໍ້​ຕົກລົງ​ຢຸດ​ຍິງ​ຢູ່​ເຂດ​ກາ​ຊາ


     ຕາມ​ຂ່າວສານ​ຫວຽດນາມ ລາຍ​ງານ​ວັນ​ທີ 2 ກຸມພາ 2025 ນີ້​ວ່າ: ຫ້ອງ​ວ່າການ​ນາຍົກລັດຖະມົນຕີ​ອິດ​ສະ​ຣາ​ແອນ ໄດ້​ປະກາດ
ວ່າ: ທ່ານ ເບັນ​ຈາ​ມິນ ເນ​ຕານ​ຢາ​ຮູ ນາຍົກລັດຖະມົນຕີ​ອິດ​ສະ​ຣາ​ແອນ ຈະ​ເລີ່ມ​ເຈລະຈາ​ກ່ຽວ​ກັບ​ໄລຍະ​ທີ​ສອງ​ຂອງ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່ງ​ເຂດ
ກາ​ຊາ ຢູ່ ວໍ​ຊິງ​ຕັນ ຂອງ​ອາ​ເມ​ຣິ​ກາ ໃນ​ວັນ​ທີ 3 ກຸມພາ ນີ້.

     ຕາມ​ແຈ້ງ​ການ, ທ່ານ​ນາຍົກລັດຖະມົນຕີ​ອິດ​ສະ​ຣາ​ແອນ ໄດ້​ແລກປ່ຽນ​ຄຳ​ເຫັນ​ກັບ​ທ່ານ ສະ​ເຕ​ເວ​ວິດ​ກອບ ທູດ​ພິເສດ​ຮັບຜິດຊອບ​
ວຽກ​ງານ​ເຂດ​ພາກ​ຕາເວັນ​ອອກ​ກາງຂອງ ປະ​ທາ​ນາ​ທາ​ບໍດີ ອາ​ເມ​ຣິ​ກາ ແລະ ເຫັນ​ດີ​ເປັນ​ເອກະ​ພາບ​ບັນດາ​ການ​ເຈລະຈາ ຈະ​ເລີ່ມ​ຕົ້ນ
ເມື່ອ​ເຂົາເຈົ້າ​ພົບ​ກັນ​ຢູ່​ວໍ​ຊິງ​ຕັນ. ໄລຍະ​ທີ​ສອງ​ຂອງ​ຂໍ້​ຕົກລົງ ຄາດ​ວ່າ​ຈະ​ປຶກສາ​ຫາລື​ການ​ປ່ອຍ​ຈຳນວນ​ຕົວ​ປະກັນ​ທີ່​ຍັງ​ເຫຼືອ ແລະ ປຶກສາ
​ຫາລື​ກ່ຽວ​ກັບ​ການ​ຢຸດຕິ​ການ​ປະ​ທະ​ກັນ​ໃນ​ໄລຍະ​ຍາວ. ທ່ານ​ນາຍົກລັດຖະມົນຕີ​ອິດ​ສະ​ຣາ​ແອນ ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ອາ​ເມ​ຣິ​ກາ
ແລະ ຈະ​ພົບ​ປະ​ປຶກສາ​ຫາລື​ກັບ​ທ່ານ​ປະທານາທິບໍດີ​ອາ​ເມ​ຣິ​ກາ ໃນ​ວັນ​ທີ 4 ກຸມພາ ນີ້ ກ່ຽວ​ກັບ​ສະພາບ​ການ​ຢູ່​ເຂດ​ກາ​ຊາ, ບັນດາ​ຕົວ​
ປະກັນ​ທີ່​ຮາ​ມາດ​​ສ​ກັກ​ຕົວ ແລະ ບັນດາ​ບັນຫາ​ອື່ນໆ​ອີກ.

ແຫຼ່ງທີ່ມາ: ຂກທ
ວັນທີ 05/02/2025