
ຊາວອາຟະການິດສະຖານ ກັບຄືນປະເທດຫຼາຍກວ່າ 4,8 ລ້ານຄົນ

ວັນທີ 2 ກຸມພາ ນີ້: ອ້າງອີງຂໍ້ມູນຈາກສະຫະປະຊາຊາດ(UN) ລາຍງານວ່າ: ມີ ຊາວອາຟະການິດສະຖານ ຫຼາຍກວ່າ 4,8 ລ້ານຄົນ
ໄດ້ອົບພະຍົບກັບຄືນຈາກ ປະເທດ ອີຣ່ານ ແລະ ປາກິດສະຖານ ນັບຕັ້ງແຕ່ເດືອນ ກັນຍາ 2023 ເຊິ່ງເຮັດໃຫ້ປະຊາກອນອາຟະການິດສະ
ຖານ ເພີ່ມຂຶ້ນ 12%. ສະເພາະປີ 2025 ປີດຽວ, ຈຳນວນຜູ້ເດີນທາງກັບຄືນອາຟະການິດສະຖານ 2,8 ລ້ານຄົນ, ໂດຍໃນລະດູຮ້ອນມີ
ປະຊາຊົນເຖິງ 70.000 ຄົນຕໍ່ມື້ ເດີນທາງຂ້າມຊາຍແດນຜ່ານດ່ານ ອິດສແລມກາລາ( Islamqala ). ບົດລາຍງານລະບຸວ່າ: ຜູ້ທີ່ເດີນທາງ
ກັບຄືນ ປະມານ 91% ໄດ້ຕັ້ງຖິ່ນຖານຢູ່ໃນແຂວງບ້ານເກີດຂອງເຂົາເຈົ້າ, ໃນຂະນະທີ່ສ່ວນທີ່ເຫຼືອໄດ້ຍ້າຍໄປຢູ່ເມືອງໃຫຍ່. ໂດຍຜູ້ເດີນທາງ
ກັບຄືນຫຼາຍກວ່າເຄິ່ງໜຶ່ງແມ່ນແມ່ຍິງ ແລະ ເດັກນ້ອຍ ເຮັດໃຫ້ເກີດຄວາມກັງວົນກ່ຽວກັບການປົກປ້ອງ, ສະຫວັດດີພາບ ແລະ ໂອກາດໃນ
ອະນາຄົດຂອງເຂົາເຈົ້າ. ສະຫະປະຊາຊາດ ລະບຸວ່າ: ບຸລິມະສິດທີ່ສຳຄັນທີ່ສຸດໃນປັດຈຸບັນ ແມ່ນການຮັບປະກັນວ່າຜູ້ອົບພະຍົບຊາວອາຟະ
ການິດສະຖານ ໃຫ້ເດີນທາງກັບຄືນປະເທດໄດ້ຢ່າງປອດໄພ, ມີກຽດ ແລະ ເປັນລະບຽບຮຽບຮ້ອຍ. ຂະນະດຽວກັນ, ລັດຖະບານອາຟະກາ
ນິດສະຖານ ໄດ້ໃຫ້ຄຳໝັ້ນສັນຍາວ່າ, ຈະໃຫ້ການຊ່ວຍເຫຼືອແກ່ຜູ້ກັບຄືນປະເທດທຸກຄົນ ແລະ ສະໜັບສະໜູນການກັບຄືນສູ່ສັງຄົມ, ເຮັດ
ໃຫ້ພວກເຂົາສາມາດປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາເສດຖະກິດຂອງອາຟະການິດສະຖານ ຕາມ
ມາດຖານຂອງພົນລະເມືອງ.
ແຫຼ່ງທີ່ມາ: ຂກທ
ວັນທີ 04/02/2026