
ນາຍົກລັດຖະມົນຕີອັງກິດ ຢ້ຽມຢາມ ສປ ຈີນ ໃນຮອບຫຼາຍສິບປີ

ຕອນເຊົ້າວັນທີ 29 ມັງກອນນີ້, ຢູ່ຫໍສະພາປະຊາຊົນແຫ່ງຊາດຈີນ ທີ່ນະຄອນຫຼວງປັກກິ່ງ, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້
ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານ ເກຍ ສະຕາເມີ ນາຍົກລັດຖະມົນຕີອັງກິດທີ່ມາຢ້ຽມຢາມປະເທດຈີນ ຢ່າງເປັນທາງການ ເພື່ອເສີມ
ຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານທີ່ໝັ້ນທ່ຽງ ແລະ ຍາວນານ. ທ່ານ ສີ ຈິ້ນຜິງ ເນັ້ນໜັກວ່າ: ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ
ແລະ ກັນເປັນພື້ນຖານຂອງການພົວພັນລະຫວ່າງປະເທດໃຫ້ກ້າວໄປຂ້າງໜ້າຢ່າງໝັ້ນທ່ຽງ ແລະ ຍາວນານ. ທາດແທ້ຂອງການຮ່ວມມືດ້ານ
ເສດຖະກິດການຄ້າລະຫວ່າງຈີນ ກັບ ອັງກິດ ກໍຄືຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ສອງຝ່າຍຄວນເປີດກວ້າງການຮ່ວມມືໃນຂົງເຂດຕ່າງໆ,
ບັນລຸການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ. ຫວັງວ່າອັງກິດຈະສາມາດສ້າງສະພາບແວດລ້ອມໃນການດຳເນີນທຸລະກິດທີ່ຍຸຕິ
ທຳ, ທ່ຽງທຳ ແລະ ບໍ່ມີການຈຳແນກສຳລັບວິສາຫະກິດ. ຈີນ ຍິນດີຕ້ອນຮັບວົງການຕ່າງໆຂອງອັງກິດ ມາຢ້ຽມຢາມຈີນ ໃຫ້ຫຼາຍຂຶ້ນ, ເພື່ອ
ເພີ່ມຄວາມຮັບຮູ້ທີ່ຮອບດ້ານ, ພາວະວິໄສ ແລະ ຖືກຕ້ອງກ່ຽວກັບປະເທດຈີນ. ຝ່າຍຈີນ ຍິນດີພິຈາລະນາກ່ຽວກັບການຍົກເວັ້ນວີຊ່າແຕ່ຝ່າຍ
ດຽວຕໍ່ອັງກິດ. ທ່ານ ສະຕາເມີ ກ່າວວ່າ: ການຢ້ຽມຢາມຄັ້ງນີ້ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງອັງກິດ ໃນການເປີດກວ້າງ ແລະ ລົງ
ເລິກການຮ່ວມມືກັບຈີນ. ອັງກິດ ປະຕິບັດນະໂຍບາຍກ່ຽວກັບໄຕ້ຫວັນທີ່ມີມາເປັນເວລາດົນນານຍັງບໍ່ມີການປ່ຽນແປງ ແລະ ຈະບໍ່ມີການປ່ຽນ
ແປງ. ອັງກິດ ຍິນດີສົນທະນາ ແລະ ຮ່ວມມືກັບຈີນຢ່າງໃກ້ຊິດ, ເພື່ອຊຸກຍູ້ໃຫ້ເສດຖະກິດສອງປະເທດເຕີບໂຕ ແລະ ນຳເອົາຜົນປະໂຫຍດຕົວ
ຈິງມາສູ່ປະຊາຊົນສອງປະເທດ. ຍິນດີຮ່ວມກັບຈີນ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆທົ່ວໂລກເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ແລະ
ຮ່ວມກັນປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງໂລກ.
ແຫຼ່ງທີ່ມາ: ຂກທ
ວັນທີ 03/02/2026