ນີເຊຣີ, ມາລີ ແລະ ບຸນກີນາ ຟາໂຊ ຖອນຕົວອອກຈາກ ECOWAS ຢ່າງເປັນທາງການ
ວັນທີ 29 ມັງກອນ ຜ່ານມາ, ກຸ່ມປະຊາຄົມເສດຖະກິດ ອາຟຣິກາ (ECOWAS) ຢືນຢັນວ່າ: 3 ປະເທດຊາເຮລ໌ (Sahel) ລວມມີ:
ນີເຊຣີ, ມາລີ ແລະ ບູນກີນາ ຟາໂຊ ໄດ້ຖອນຕົວອອກຈາກກຸ່ມຢ່າງເປັນທາງການ.
ຕາມແຈ້ງການຂອງ ECOWAS ແລ້ວ, ກຸ່ມນີ້ ຍັງຈະເປີດປະຕູໃຫ້ບໍ່ວ່າປະເທດໃດໃນ 3 ປະເທດ Sahel ດັ່ງກ່າວ ຖ້າວ່າເຂົາເຈົ້າຕັດ
ສິນຢາກກັບມາເປັນສະມາຊິກຂອງກຸ່ມຄືນໃໝ່. ນອກຈາກນັ້ນແລ້ວ, ECOWAS ກໍຮຽກຮ້ອງໃຫ້ບັນດາປະເທດສະມາຊິກອື່ນ ສືບຕໍ່ໃຫ້ບຸ
ລິມະສິດພິເສດສຳລັບ 3 ປະເທດດັ່ງກ່າວ, ລວມທັງສິດເສລີ ໃນການໄປມາໃນພາກພື້ນດ້ວຍໜັງສືຜ່ານແດນ ECOWAS.
ນີ້ແມ່ນຄັ້ງທຳອິດໃນປະຫວັດສາດຂອງ ECOWAS ທີ່ມີປະເທດສະມາຊິກຖອນຕົວອອກຈາກກຸ່ມ. ນັບແຕ່ເມື່ອສ້າງຕັ້ງຂຶ້ນແຕ່ປີ 1975
ດ້ວຍຈຸດປະສົງ ຊຸກຍູ້ການເຊື່ອມໂຍງເສດຖະກິດ, ECOWAS ຍາມໃດກໍໄດ້ຮັບຖືວ່າ ແມ່ນອົງການການເມືອງ ແລະ ເສດຖະກິດພາກພື້ນ
ແຖວໜ້າຢູ່ ອາຟະລິກາຕາເວັນຕົກ.
ແຫຼ່ງທີ່ມາ: ຂກທ
ວັນທີ 03/02/2025