
ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອາເມຣິກາ

ເລຂາທິການໃຫຍ່ ໂຕເລິມ ພົບປະກັບທ່ານ ໂດນັນ ທຣຳ ປະທານາທິບໍດີ ອາເມຣິກາ ຢູ່ທຳນຽບຂາວ ໃນວັນທີ 20/02/2026
ຕາມຂ່າວຫວຽດນາມອອນໄລ, ໃນໂອກາດເຂົ້າຮ່ວມວາລະໄຂສະພາສັນຕິພາບ ກ່ຽວກັບເຂດກາຊາ ຢູ່ນະຄອນຫຼວງວໍຊິງຕັນ ດີຊີ ສະ
ຫະລັດອາເມຣິກາ, ຕອນເຊົ້າວັນທີ 20 ກຸມພາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມີການພົບປະກັບທ່ານ ໂດນັນ
ທຣຳ ປະທານາທິບໍດີ ອາເມຣິກາ ຢູ່ທຳນຽບຂາວ.
ໃນບັນຍາກາດທີ່ເປີດອົກເປີດໃຈ ແລະ ຈິງໃຈ, ສອງຝ່າຍໄດ້ແລກປ່ຽນຫຼາຍເນື້ອໃນກ່ຽວກັບການຮ່ວມມືລະຫວ່າງສອງປະເທດ ກໍຄື
ບັນຫາໂລກ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານ ໂຕເລິມ ເລຂາທິການ ໃຫຍ່ ພັກກອມມູນິດຫວຽດນາມ ຢັ້ງຢືນວ່າ: ຫວຽດ
ນາມ ຍາມໃດກໍຖືເປັນສຳຄັນ ແລະ ປາຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອາເມຣິກາ ພັດທະນາຢ່າງ
ໝັ້ນຄົງ, ແທດຈິງ ແລະ ມີປະສິດທິຜົນ. ການນຳສອງທ່ານມີຄວາມປິຕິຊົມຊື່ນຕໍ່ໝາກຜົນຢ່າງຕັ້ງໜ້າໃນການຮ່ວມມືດ້ານການເມືອງ-ການທູດ,
ເສດຖະກິດ-ການຄ້າ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ວິທະຍາສາດ-ເຕັກໂນໂລຊີ, ການສຶກສາ-ບຳລຸງສ້າງ ແລະ ພົບປະແລກປ່ຽນປະຊາ
ຊົນ. ພ້ອມທັງສະເໜີສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນແລະ ການພົບປະຂັ້ນສູງ. ສະເພາະການແລກປ່ຽນດ້ານເສດຖະກິດ-ການ
ຄ້າ, ທ່ານ ໂຕເລິມ ເນັ້ນໜັກວ່າ, ນີ້ແມ່ນເສົາຄ້ຳສຳຄັນໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອາເມຣິກາ; ຫວັງວ່າສອງ
ຝ່າຍຈະສືບຕໍ່ມີການເຈລະຈາຢ່າງກົງໄປກົງມາ, ແທດຈິງ ກ່ຽວກັບບັນຫາທີ່ຍັງຄົງຄ້າງ ບົນຈິດໃຈດຸ່ນດ່ຽງ, ກົມກຽວຜົນປະໂຫຍດ, ສອດຄ່ອງ
ກັບເງື່ອນໄຂ ແລະ ຜົນປະໂຫຍດອັນຊອບທຳຂອງແຕ່ລະຝ່າຍ, ເພື່ອຜົນປະໂຫຍດຂອງວິສາຫະກິດ ແລະ ປະຊາຊົນສອງປະເທດ.
ທ່ານ ໂດນັນ ທຣຳ ປະທານາທິບໍດີ ສະຫະລັດ ອາເມຣິກາ ສະແດງຄວາມຊົມເຊີຍ ແລະ ຂອບໃຈຫວຽດນາມ ທີ່ໄດ້ປະກາດການເຂົ້າຮ່ວມ
ສະພາສັນຕິພາບກ່ຽວກັບ ເຂດກາຊາ; ຕີລາຄາສູງເລື່ອງທ່ານເລຂາທິການໃຫຍ່ເຂົ້າຮ່ວມວາລະໄຂສະພາສັນຕິພາບ ກ່ຽວກັບເຂດກາຊາ, ຖືວ່າ ສິ່ງ
ດັ່ງກ່າວໄດ້ສະແດງໃຫ້ເຫັນບົດບາດ, ທີ່ຕັ້ງນັບມື້ນັບສູງຂຶ້ນຂອງຫວຽດນາມ ໃນເວທີສາກົນ, ກໍຄືຄຳໝັ້ນສັນຍາຢ່າງແຂງແຮງຂອງຫວຽດນາມ ສຳ
ລັບສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນທົ່ວໂລກ. ພ້ອມທັງຢືນຢັນວ່າ, ຈະສືບຕໍ່ຖືຫວຽດນາມ ເປັນຄູ່ຮ່ວມມືສຳ ຄັນຢູ່ພາກພື້ນ;
ຕີລາຄາສູງບົດບາດ ແລະ ທັດສະນະນັບມື້ນັບເພີ່ມຂຶ້ນຂອງຫວຽດນາມ ຢູ່ເວທີປາໄສພາກພື້ນ ແລະ ຫຼາຍຝ່າຍ.
ແຫຼ່ງທີ່ມາ: ຂກທ
ວັນທີ 02/03/2026