ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ-ການາດາ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ


    ສຳນັກຂ່າວຫວຽດນາມນິວລາຍງານໃນວັນທີ 13 ຕຸລານີ້ວ່າ: ໃນຕອນແລງວັນທີ 11 ຕຸລາ, ຢູ່ສຳນັກງານກະຊວງປ້ອງກັນປະເທດຫວຽດນາມ, ທ່ານ ພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ຊໍ ສະຕຽວ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ການາດາ ປະຈຳຫວຽດນາມ.

     ໂອກາດນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍຖືການພັດທະນາສາຍພົວພັນກັບການາດາເປັນ ສຳຄັນ, ໃນນັ້ນ ສາຍພົວພັນຮ່ວມມືດ້ານປ້ອງກັນຊາດນັບມື້ນັບມີບົດບາດສຳຄັນໃນການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ ແລະ ຫວັງວ່າ ທ່ານເອກອັກຄະລັດຖະທູດ ຈະສືບຕໍ່ເອົາໃຈໃສ່ເຖິງການຊຸກຍູ້ການພົວພັນໃນບັນດາຂົງເຂດທີ່ພວມມີຢູ່ແລ້ວ, ພ້ອມທັງຄົ້ນຄວ້າຂະຫຍາຍອອກໄປສູ່ຂົງ ເຂດຮ່ວມມືທີ່ມີກຳລັງບົ່ມຊ້ອນອື່ນ, ສອດຄ່ອງກັບຜົນປະໂຫຍດ ແລະ ຄວາມຕ້ອງການຂອງແຕ່ລະປະເທດ, ສຸມໃສ່ການເພີ່ມທະວີການແລກປ່ຽນຄະນະ ຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ, ຮັກສາການເຈລະຈາ-ປຶກສາຫາລື; ໃຫ້ບູລິມະສິດຮ່ວມມືໃນຂົງເຂດການສຶກສາ, ປົກປັກຮັກສາສັນຕິພາບ. ປີ 2023 ແມ່ນປີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ ຄົບຮອບ 50 ປີ ສອງຝ່າຍຈະຈັດຫຼາຍກິດຈະກຳຮ່ວມມືທີ່ມີ ຄວາມໝາຍ ເພື່ອເປັນຂີດໝາຍແກ່ເຫດການສຳຄັນນີ້.

     ສ່ວນທ່ານເອກອັກຄະລັດຖະທູດການາດາ ຢັ້ງຢືນວ່າ: ທ່ານຈະຕັ້ງໜ້າປະກອບສ່ວນເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດ, ໃນນັ້ນມີການຮ່ວມມື ດ້ານປ້ອງກັນຊາດທີ່ນັບມື້ນັບເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນຢ່າງແທດຈິງ, ສອດຄ່ອງກັບຄວາມຕ້ອງການ, ຜົນປະໂຫຍດຂອງແຕ່ລະປະເທດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/10/2022