
ການປະທະກັນຢູ່ພາກພື້ນ ຕາເວັນອອກກາງຍັງຄົງສືບຕໍ່

ທ່ານ ອັນໂຕນີໂອ ກູເຕີເລັດ ເລຂາທິການໃຫຍ່ອົງການສະຫະປະຊາຊາດ
ໃນວັນທີ 29 ມີນາ 2026 ນີ້ວ່າ: ທ່ານອັນໂຕນີໂອ ກູເຕີເລັດ ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວ ການປະ
ທະກັນໃນພາກພື້ນຕາເວັນອອກກາງທີ່ຍືດເຍື້ອມາເປັນເວລາຫຼາຍກວ່າ 3 ອາທິດນັ້ນ “ບໍ່ສາມາດຄວບຄຸມໄດ້ແລ້ວ” ແລະ ກຳລັງ
ເຮັດໃຫ້ໂລກໄປສູ່ຄວາມສ່ຽງທີ່ຈະເກີດສົງຄາມຂະໜາດໃຫຍ່ກວ່າເກົ່າ, ມີຄວາມຫຍຸ້ງຍາກດ້ານມະນຸດສະທຳຮ້າຍແຮງກວ່າເກົ່າ
ແລະສ້າງຜົນກະທົບຕໍ່ເສດຖະກິດທົ່ວໂລກຢ່າງເລິກເຊິ່ງກວ່າເກົ່າ.
ທ່ານເນັ້ນໜັກວ່າ: ອົງການສະຫະປະຊາຊາດກຳລັງສຸມຄວາມພະຍາຍາມຫຼຸດຜ່ອນຜົນກະທົບທີ່ເກີດຈາກການປະທະກັນ, ແຕ່
“ວິທີທີ່ດີໃນການທີ່ຫຼຸດຜ່ອນຜົນຮ້າຍເຫຼົ່ານີ້ແມ່ນການຍຸດຕິສົງຄາມໃນທັນທີ”.ທ່ານຮຽກຮ້ອງໃຫ້ແກ້ໄຂວິກິດການໃນປັດຈຸບັນ
ໂດຍຜ່ານທາງການທູດ,ເຄົາລົບກົດໝາຍສາກົນຢ່າງຮອບດ້ານ ແລະ ແກ້ໄຂບັນຫາໂດຍສັນຕິວິທີ.
ແຫຼ່ງທີ່ມາ: ຂກທ
ວັນທີ 31/03/2026