
ອິນເດຍ-ຈີນ ວາງແຜນການແກ້ໄຂບັນຫາຊາຍແດນຢ່າງສັນຕິ ແລະ ເໝາະສົມ
ສໍານັກຂ່າວຊິນຮວາ ລາຍງານ ວັນທີ 24 ມິຖຸນາ ນີ້, ທ່ານ ຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຫົວໜ້າ
ຫ້ອງການຄະນະກຳມະການວຽກງານກັບພົວພັນ ປະເທດຂອງສູນກາງພັກກອມ ມູນິດຈີນ ໄດ້ພົບປະເຈລະຈາກັບທ່ານ ອາຈິດ ກູມາ ໂດ
ວານ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອິນເດຍ.
ທ່ານ ຫວາງຢີ້ ກ່າວວ່າ: ຈີນ ແລະ ອິນເດຍ ຕ້ອງດຳເນີນການຕົວຈິງ ເພື່ອຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງ
ຜູ້ນຳສອງປະເທດ, ຕ້ອງເຄົາລົບຜົນປະໂຫຍດຮ່ວມຂອງກັນ ແລະ ກັນ, ແກ້ໄຂບັນຫາທີ່ອ່ອນໄຫວຢ່າງເໝາະສົມ, ຈັດວາງບັນຫາເຂດຊາຍ
ແດນ ລະຫວ່າງ ຈີນ-ອິນເດຍ ໄວ້ຢູ່ໃນຖານະທີ່ເໝາະສົມ, ເພື່ອຫຼີກລ່ຽງບໍ່ໃຫ້ສົ່ງຜົນກະທົບຕໍ່ສະຖານະການໂດຍລວມຂອງການພົວພັນ
ສອງຝ່າຍ. ຕ້ອງເລັ່ງລັດຟື້ນຟູກົນໄກສົນທະນາ, ຊຸກຍູ້ການແລກປ່ຽນໃນຂົງເຂດການຄ້າ ແລະ ຂົງເຂດອື່ນໆ.
ທ່ານ ອາຈິດ ກູມາ ໂດວານ ກ່າວວ່າ: ອິນເດຍ ຍິນດີຮ່ວມກັບຈີນ ຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງຜູ້ນຳຂອງ
ສອງປະເທດໃຫ້ດີ, ປະຕິບັດຕໍ່ ແລະ ເລັ່ງລັດຂະບວນການຂະຫຍາຍການພົວພັນລະຫວ່າງສອງຝ່າຍດ້ວຍທ່າທີທີ່ເບິ່ງກວ້າງເຫັນໄກ, ແກ້ໄຂ
ຄວາມຂັດແຍ່ງກັນຢ່າງເໝາະສົມ ແລະ ບັນລຸຈຸດປະສົງຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ.
ແຫຼ່ງທີ່ມາ: ຂກທ
ວັນທີ 30/06/2026