ຣັດເຊຍ ກຽມພ້ອມແລ້ວທີ່ຈະເຈລະຈາກ່ຽວກັບບັນຫາອູແກຣນ
ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ
ວັນທີ 24 ມັງກອນ ຜ່ານມາ, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ໄດ້ກ່າວວ່າ: ຣັດເຊຍ ກຽມພ້ອມແລ້ວໃນການດຳເນີນ
ການເຈລະຈາ ກ່ຽວກັບບັນຫາອູແກຣນ ແຕ່ກໍຍັງມີບາງບັນຫາທີ່ຕ້ອງເອົາໃຈໃສ່ຕື່ມ.
ທ່ານ ປູຕິນ ກ່າວວ່າ: ເຖິງວ່າຣັດເຊຍ ຈະຍິນດີດຳເນີນການເຈລະຈາກ່ຽວກັບບັນຫາ ອູແກຣນ ແຕ່ວ່າຜູ້ນຳຄົນປັດຈຸບັນຂອງອຳນາດການ
ປົກຄອງ ອູແກຣນ ເຄີຍໄດ້ປະກາດລັດຖະດຳລັດທີ່ຫ້າມບໍ່ໃຫ້ມີການເຈລະຈາສະບັບໜຶ່ງ, ສະນັ້ນ, ຖ້າວ່າຣັດເຊຍ ແລະ ອູແກຣນ ເລີ່ມດຳເນີນ
ການເຈລະຈາພາຍໃຕ້ຂອບກົດໝາຍ ທີ່ນໍາໃຊ້ໃນປັດຈຸບັນ ເວົ້າຢ່າງເຄັ່ງຄັດແລ້ວ ການເຈລະຈາເຫຼົ່ານີ້ ຈະເປັນສິ່ງທີ່ຜິດກົດໝາຍ ເຊິ່ງໝາຍ
ຄວາມວ່າ ຜົນຂອງການເຈລະຈາເຫຼົ່ານີ້ ຈະຖືກປາກາດວ່າເປັນຜົນທີ່ຜິດກົດໝາຍກໍເປັນໄດ້.
ທ່ານ ວະລາດີເມຍ ປູຕິນ ເຫັນວ່າ: ອຳນາດການປົກຄອງຊຸດປັດຈຸບັນຂອງ ອູແກຣນ ບໍ່ຮີບຮ້ອນທີ່ຈະຍົກເລີກລັດຖະດຳລັດການຫ້າມການ
ເຈລະຈາ, ກ່ອນທີ່ລັດຖະດຳລັດດັ່ງກ່າວ ຈະຖືກຍົກເລີກ, ການເຈລະຈາທີ່ຈິງຈັງກໍຈະດຳເນີນໄປຢ່າງຫຍຸ້ງຍາກຫຼາຍ.
ແຫຼ່ງທີ່ມາ: ຂກທ
ວັນທີ 30/01/2025