ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກຳປູເຈຍ, ໄທ​ເລີ່ມ​ຖອນ​ອາວຸດ​ປະເພດ​ໜັກ​ອອກ​ຈາກ​ເຂດ​ຊາຍ​ແດນ

     ​ ສຳນັກ​ຂ່າວ​ຫວຽດນາມ​ ລາຍ​ງານ​ ວັນ​ທີ 28 ຕຸລາ ​ວ່າ: ພາຍ​ໃຕ້​ການ​ຕິດຕາມ​ກວດກາ​ຂອງ​ບັນດາ​ນັກ​ສັງເກດ​ການ ອາ​ຊຽນ, ກຳປູເຈຍ
ແລະ ໄທ ​ໄດ້​ເລີ່ມ​ຕົ້ນ​ການ​ຖອນ​ອາວຸດ​ປະເພດ​ໜັກ ພ້ອມ​ກັບ​ວັດຖຸ​ອຸປະກອນ​ອອກ​ຈາກ​ເຂດ​ຊາຍ​ແດນ​ທີ່​ຂັດ​ແຍ້ງ​ກັນ ແລະ ນຳ​ກັບ​ໄປ​ຍັງ​ບັນ
ດາ​ຖານ​ທີ່​ໝັ້ນ​ການ​ທະຫານ​ຂອງ​ແຕ່​ລະ​ຝ່າຍ​ຕາມ​ປົກກະຕິ.

     ​ເພື່ອ​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ສອງ​ຝ່າຍ​ ໄດ້​ດຳເນີນ​ພາຍຫຼັງ​ທ່ານ ຮຸ​​ນ​ມາ​ເນດ ນາຍົກລັດຖະມົນຕີ ກຳປູເຈຍ ແລະ ຄູ່​ຮ່ວມ​ຕຳ
ແໜ່ງ​ທ່ານ ອາ​ນຸ​ທິນ ຊານ​ວິລະ​ກຸນ ໄດ້​ລົງ​ນາມ​ຖະແຫຼງການ​ຮ່ວມ​ກ່ຽວ​ກັບ​ຂໍ້​ຕົກລົງ​ສັນຕິພາບ​ລະ​ຫວ່ງ ກຳປູເຈຍ ແລະ ໄທ ຢູ່​ນອກ​ກອງ​ປະ
ຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 47 ທີ່ ມາ​ເລ​ເຊຍ. ພິທີ​ລົງ​ນາມ​ໂດຍ​ພາຍ​ໃຕ້​ການ​ເປັນ​ສັກຂີ​ພິຍານ​ຂອງ ທ່ານ ໂດ​ນັນ ທຣຳ ປະທານາທິບໍດີ ສະ
ຫະລັດ ອາ​ເມ​ຣິ​ກາ ແລະ ທ່ານ ອັນ​ວາ ອິບຣາ​ຮິມ (Anwar Ibrahim) ນາຍົກລັດຖະມົນຕີ ມາ​ເລ​ເຊຍ.

ແຫຼ່ງທີ່ມາ: ຂກທ
ວັນທີ 29/10/2025