
ສິງກະໂປ ຈະເປີດລະບົບບັນຊີ ຊື້-ຂາຍຄຳ ໃນທ້າຍປີນີ້
ສໍານັກຂ່າວຊິນຮວາ ລາຍງານເມື່ອບໍ່ດົນມານີ້, ທ່ານ ການ ຄີມຢອງ ຮອງນາຍົກລັດຖະມົນຕີ ສິງກະໂປ ກ່າວໃນລະຫວ່າງກອງ
ປະຊຸມໂລຫະມີຄ່າ ປະຈຳພາກພື້ນ ອາຊີ-ປາຊີຟຣິກ ວ່າ: ຕະຫຼາດຫຼັກຊັບ ສິງກະໂປ (SGX) ຈະຈັດຕັ້ງລະບົບຊຳລະລາຄາ ແລະ ສົ່ງ
ມອບຄຳແບບຊື້-ຂາຍຫຼັກຊັບນອກຕະຫຼາດ (OTC), ສຳລັບໂລໂຄ ສິງກະໂປ (Loco Singapore) ຫຼື ຄຳ ເຊິ່ງຈັດເກັບໄວ້ໃນສິງ
ກະໂປ ໃນທ້າຍປີ 2026, ເພື່ອເສີມຄວາມເຂັ້ມແຂງໃຫ້ປະເທດ ໃນຖານະສູນກາງຊື້ຂາຍຄຳລະດັບພາກພື້ນ.
ແຫຼ່ງຂ່າວຄາດວ່າ, ລະບົບດັ່ງກ່າວ ຈະຊ່ວຍຍົກລະດັບປະສິດທິພາບຂອງ ຂະບວນການຊື້-ຂາຍຄຳ ເພີ່ມຄວາມໂປ່ງໃສຂອງຕະຫຼາດ
ແລະ ສະໜັບສະໜູນການຊຳລະລາຄາ ແລະ ສົ່ງມອບທຸລະກຳຄຳໃຫ້ມີຄວາມຄ່ອງຕົວຫຼາຍຍິ່ງຂຶ້ນ, ເຊິ່ງຈະຊ່ວຍເສີມສ້າງຄວາມເຊື່ອໝັ້ນ
ໃຫ້ແກ່ຜູ້ເຂົ້າຮ່ວມຕະຫຼາດໃນການຊື້ຂາຍຄຳຢູ່ ສິງກະໂປ. ລະບົບດັ່ງກ່າວນີ້ ຈະຮອງຮັບ ທັງຄຳແທ່ງຂະໜາດໃຫຍ່ ແລະ ຄຳແທ່ງຂະໜາດ
ກິໂລກຣາມ ພ້ອມທັງອຳນວຍການຊຳລະທຸລະກຳຕາມມາດຕະຖານໃນໄລຍະເວລາການຊື້-ຂາຍ ຂອງຕະຫຼາດອາຊີ. ຄາດວ່າ ການຊື້ຂາຍ
ລະຫວ່າງທະນາຄານຈະເລີ່ມຂະຫຍາຍຕົວ ຕັ້ງແຕ່ປີ 2027 ເປັນຕົ້ນໄປ ແລະ ທະນາຄານການຄ້າຄຳ 6 ແຫ່ງໄດ້ແກ່: ດີບີເອັສ(DBS),
ດັດສເຊີແບງ (Deutsche Bank), ໄອຊີບີຊີ ສະແຕນດາຣດ ແບງ(ICBC Standard Bank), ເຈ.ພີ ມໍຣແກນ (J.P. Morgan),
ໂອຊີບີຊີ (OCBC) ແລະ ຢູໂອບີ (UOB). ປັດຈຸບັນ, ພາກສ່ວນກ່ຽວຂ້ອງ ພວມກະກຽມຂັ້ນຕອນລົງນາມໃນບົດບັນທຶກຄວາມເຂົ້າໃຈ
ກັບຕະຫຼາດຫຼັກຊັບ ສິງກະໂປ ເພື່ອເຂົ້າຮ່ວມເປັນສະມາຊິກຂອງລະບົບຊຳລະລາຄາ ແລະ ສົ່ງ-ມອບຄຳ.
ແຫຼ່ງທີ່ມາ: ຂກທ
ວັນທີ 29/06/2026