ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ ເພີ່ມ​ທະວີ​ວຽກ​ງານ​ຕິດຕາມ​ກວດກາ​ການ​ປ້ອງ​ກັນ ຕ້ານ​ໄວ​ຣັສ ນິ​ປາ

     ​ວັນທີ 28 ມັງກອນ ນີ້ ກົມປ້ອງ​ກັນ​ພະຍາດ ກະຊວງ​ສາທາລະນະ​ສຸກ ຫວຽດນາມ ໄດ້​ຊີ້​ນຳ​ບັນດາ​ທ້ອງຖິ່ນ​ເພີ່ມ​ທະວີ​ວຽກ​ງານ​ຕິດຕາມ
ກວດກາ, ປ້ອງ​ກັນ​ການ​ຕ້ານ​ພະຍາດ​ລະບາດ​ນັບ​ແຕ່​ດ່ານ​ຊາຍ​ແດນ, ຮາກ​ຖານ​ສາທາລະນະ​ສຸກ ແລະ ຊຸມ​ຊົນ, ກຽມພ້ອມ​ບັນດາ​ມາດ​ຕະການ​
ຮັບ​ມື, ປ້ອງ​ກັນ, ຕ້ານ​ພະຍາດລະບາດ.

     ຫວຽດນາມ ສືບຕໍ່​ຕິດຕາມ​ສະພາບ​ການ​ພະຍາດ​ລະບາດ​ຢ່າງ​ຈົດຈໍ່, ໂດຍການສົມທົບ​ກັບ​ອົງການ​ອະນາໄມ​ໂລກ (WHO), ບັນ ດາ​ປະ
ເທດ ​ໃນ​ໂລກ​ເພື່ອ​ມີ​ການ​ຊີ້​ນຳ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ປ້ອງ​ກັນ, ຕ້ານ​ການ ລະບາດ​ໃຫ້​ທັນ​ການ, ເໝາະ​ສົມ ແລະ ມີ​ປະ​ສິດທິ​
ຜົນ. ໄວ​ຣັສ ນິ​ປາ ໄດ້​ກວດ​ພົບ​ຄັ້ງ​ ທຳ​ອິດ​ໃນ​ປີ 1999 ຢູ່ ມາ​ເລ​ເຊຍ. ຮອດ​ປີ 2001, ພະຍາດດັ່ງກ່າວ ​ເກີດ​ຂຶ້ນກໍລະນີ​ທຳອິດຢູ່ບັງກະລາ​ເທດ,
ຫຼັງ​ຈາກນັ້ນຫຼາຍປີ ຈິ່ງປະກົດມີຂຶ້ນ​ຢູ່ອິນເດຍ ແລະ ປະເທດອື່ນໆກໍາລັງຕິດຕາມເບິ່ງ.

ແຫຼ່ງທີ່ມາ: ຂກທ
ວັນທີ 29/01/2026