
ມາເລເຊຍ-ຫວຽດນາມ-ສິງກະໂປ ເຊັນສັນຍາໂຄງການຜະລິດໄຟຟ້າພະລັງງານລົມ

ວັນທີ 22 ຕຸລາ 2025 ໂຄງການຜະລິດໄຟຟ້າພະລັງງານລົມນອກຝັ່ງຂະໜາດ 2.000 ເມກາວັດ ທີ່ເຊື່ອມລະຫວ່າງ ຫວຽດນາມ,
ມາເລເຊຍ ແລະ ສິງກະໂປ ນັ້ນຄາດວ່າໄລຍະທຳອິດຈະສຳເລັດພາຍໃນປີ 2034 ແລະ ເມື່ອສຳເລັດແລ້ວ ຈະມີໄຟຟ້າ 700 ເມກາວັດ ສຳ
ລັບນຳໃຊ້ພາຍໃນມາເລເຊຍ. ຂະນະທີ່ອີກ 1.300 ເມກາວັດ ຈະສົ່ງອອກໄປສິງກະໂປ.
ທ່ານ ຟາດິວລະ ຢູເຊບ ລັດຖະມົນຕີວ່າການກະຊວງພະລັງງານຂອງມາ ເລເຊຍ ເປີດເຜີຍວ່າ: ສຳລັບໄລຍະທີສອງຂອງໂຄງການຈະ
ເປັນການຂະຫຍາຍສາຍສົ່ງໄຟຟ້າຈາກ ຫວຽດນາມ ໄປຄາບສະໝຸດມາ ເລເຊຍ ຜ່ານເສັ້ນທາງບົກທີ່ຜ່ານ ກຳປູເຈຍ, ລາວ ແລະ ໄທ. ທັງ
ນີ້, ທ່ານ ຟາດິວລະ ກ່າວວ່າ: ການດຳເນີນໂຄງການໃນໄລຍະທີສອງນັ້ນຈະຂຶ້ນຢູ່ກັບຄວາມຕ້ອງການພະລັງງານ ແລະ ການປະເມີນທາງ
ເສດຖະກິດ ຫຼັງຈາກໄລຍະທຳອິດສຳເລັດສົມບູນແລ້ວ.
ແຫຼ່ງທີ່ມາ: ຂກທ
ວັນທີ 27/10/2025