
ຜະລິດຕະພັນຄວາມປອດໄພທາງໄຊເບີ ຂອງຣັດເຊຍ ກຳລັງໄດ້ຮັບຄວາມນິຍົມຈາກທົ່ວໂລກ

ຕາມການລາຍງານຂອງສຳນັກຂ່າວ VnExpress ອ້າງຂໍ້ມູນຈາກກະຊວງວິທະຍາສາດ ແລະ ເຕັກໂນໂລຊີຂອງຫວຽດນາມ ໃນວັນ
ທີ 26 ມັງກອນ 2026 ນີ້ວ່າ: ອີງຕາມການສຳຫຼວດຂອງ Kaspersky Lab, ຫຼາຍກວ່າ 80% ຂອງບໍລິສັດຫວຽດນາມ ຕ້ອງການສ້າງ
ຕັ້ງສູນປະຕິບັດງານຄວາມປອດໄພທາງໄຊເບີ ເພື່ອເສີມຂະຫຍາຍທ່າທີຄວາມປອດໄພຂອງເຂົາເຈົ້າ.
ການສຳຫຼວດຂອງ Kaspersky ສະແດງໃຫ້ເຫັນວ່າ, 82% ຂອງວິສາຫະກິດຖືວ່າສູນປະຕິບັດງານຄວາມປອດໄພ (SOC) ເປັນ
ປັດໄຈສຳຄັນໃນການປັບປຸງຄວາມປອດໄພທາງໄຊເບີ. ເມື່ອປຽບທຽບກັບຫຼາຍປະເທດໃນໂລກ, ຕົວເລກໃນຫວຽດນາມ ສະແດງໃຫ້ເຫັນ
ເຖິງລະດັບຄວາມສົນໃຈທີ່ສູງຂຶ້ນໃນ SOC. ນອກຈາກປັດໄຈດ້ານເຕັກນິກ, ຄວາມຕ້ອງການທີ່ຈະສ້າງສູນຂໍ້ມູນຍັງຖືກຂັບເຄື່ອນໂດຍ
ຄວາມກົດດັນກ່ຽວກັບການຄຸ້ມຄອງຂໍ້ມູນ ແລະ ການປະຕິບັດຕາມກົດໝາຍ. ໃນເດືອນມິຖຸນາ 2025, ນາຍົກລັດຖະມົນຕີຫວຽດນາມ
ໄດ້ເຜີຍແຜ່ບັນຊີລາຍຊື່ຂອງ 11 ກຸ່ມເຕັກໂນໂລຊີຍຸດທະສາດທີ່ຕ້ອງການການລົງທຶນ ແລະ ການພັດທະນາບູລິມະສິດ, ລວມທັງຄວາມປອດ
ໄພທາງໄຊເບີ. ສອງກຸ່ມສະເພາະຂອງຜະລິດຕະພັນຄວາມປອດໄພທາງໄຊເບີໄດ້ຖືກເນັ້ນໃຫ້ເຫັນ ໄຟວໍສຳລັບການກວດຈັບ ແລະ ປ້ອງກັນ
ການບຸກລຸກ ແລະ ລະບົບສຳລັບການຮັບປະກັນຄວາມປອດໄພຂອງພື້ນຖານໂຄງລ່າງທີ່ສຳຄັນ ແລະ ຖານຂໍ້ມູນແຫ່ງຊາດ. ໃນສະພາບການ
ນີ້, ສະຖິຕິການນຳໃຊ້ຂອງຫວຽດນາມ ແມ່ນກຳລັງເປັນທີ່ຈັບຕາເປັນໂຕຢ່າງ ທັງສະແດງໃຫ້ເຫັນວ່າ, ວິທີແກ້ໄຂຄວາມປອດໄພທາງໄຊເບີ
ຂອງຣັດເຊຍ ກຳລັງໄດ້ຮັບຄວາມນິຍົມເພີ່ມຂຶ້ນໃນບັນດາປະເທດອາຊີຕາເວັນ ອອກສ່ຽງໃຕ້ ແລະ ຕາເວັນອອກ. ຄວາມຕ້ອງການຜະລິດຕະ
ພັນເຫຼົ່ານີ້ ແມ່ນຍ້ອນຄວາມໄວ້ວາງໃຈທີ່ຫຼຸດລົງໃນບໍລິສັດໄອທີຂະໜາດໃຫຍ່ຂອງປະເທດຕາເວັນຕົກໃນບັນດາປະເທດທີ່ກຳລັງພັດທະນາ
ເນື່ອງຈາກການໃຫ້ບໍລິການ ແລະ ຄວາມໝັ້ນຄົງເບື້ອງຫລັງບໍ່ແນ່ນອນ. ສ່ວນໃຫຍ່ແລ້ວຄູ່ຮ່ວມງານຕ່າງປະເທດມີຄວາມພໍໃຈຕໍ່ສິນຄ້າ ຂອງ
ບໍລິສັດຣັດເຊຍ ຕໍ່ບັນຫາຄວາມປອດໄພທາງໄຊເບີ ເພາະຣັດເຊຍບໍ່ມີຈຸດປະສົງແຊກແຊງບັນຫາພາຍໃນຂອງຄູ່ຮ່ວມການຄ້າ.
ໃນ 6 ເດືອນຕົ້ນປີ 2025, ຈຳນວນໂຄງການສົ່ງອອກໄອທີ ໂດຍບໍລິສັດຣັດເຊຍ ໄປຍັງບັນດາປະເທດໃນພາກໃຕ້ຂອງໂລກໄດ້ເພີ່ມຂຶ້ນ
5-10% ເມື່ອທຽບກັບປີ 2024. ປະລິມານການສົ່ງອອກການບໍລິການຄອມພິວເຕີທັງໝົດເກີນ1.2 ຕື້ໂດລາ. ເຊິ່ງນັບມື້ນັບສ້າງຄວາມສົນໃຈ
ຢ່າງຫຼວງຫຼາຍຈາກທົ່ວໂລກ ກັບວິທີແກ້ໄຂທີ່ກ້າວໜ້າໃນຄວາມປອດໄພທາງດ້ານຂໍ້ມູນຂ່າວສານ, ການຫັນເປັນດິຈິຕອນຂອງຂະແໜງເສດ
ຖະກິດຕ່າງໆ ແລະ ອຸປະກອນຂໍ້ມູນຂ່າວສານ ແລະ ການສື່ສານ. ຄວາມສົນໃຈນີ້ຢືນຢັນອີກເທື່ອໜຶ່ງເຖິງທ່າແຮງທີ່ສຳຄັນຂອງຜະລິດຕະພັນ
ຄວາມປອດໄພທາງໄຊເບີຂອງຣັດເຊຍ ໃນຕະຫຼາດສາກົນ.
ແຫຼ່ງທີ່ມາ: ຂກທ
ວັນທີ 27/01/2026