
ການລົງທຶນຢູ່ຕ່າງປະເທດຂອງຈີນ ຕິດໜຶ່ງໃນສາມອັນດັບຕົ້ນຂອງໂລກ

ໃນວັນທີ 23 ມັງກອນ ກະຊວງການຄ້າຈີນໃຫ້ຮູ້ວ່າ, ການລົງທຶນໂດຍກົງທີ່ບໍ່ແມ່ນຂົງເຂດການເງິນຢູ່ຕ່າງປະເທດຂອງຈີນໃນ ປີ 2025
ໄດ້ເພີ່ມຂຶ້ນ 1.3% ເມື່ອທຽບໃສ່ປີ 2024, ນອນຢູ່ໃນອັນດັບແຖວໜ້າຂອງໂລກຢ່າງໝັ້ນທ່ຽງ. ຂ່າວລະບຸວ່າ: ໃນປີ 2025, ການລົງທຶນໂດຍ
ກົງທີ່ບໍ່ແມ່ນຂົງເຂດການເງິນຢູ່ຕ່າງປະເທດຂອງຈີນແມ່ນ 145.66 ຕື້ໂດລາ ສະຫະລັດ, ເພີ່ມຂຶ້ນ 1.3% ເມື່ອທຽບໃສ່ປີ 2024, ການລົງທຶນ
ຕໍ່ຕ່າງປະ ເທດໄດ້ຕິດໜຶ່ງໃນສາມອັນດັບຕົ້ນຂອງໂລກເປັນເວລາ 9 ປີລຽນຕິດ.
ມູນຄ່າໃນສັນຍາທີ່ເຊັນກັນໃໝ່ໃນການຮັບເໝົາກໍ່ສ້າງໂຄງການຢູ່ຕ່າງປະເທດມີເຖິງ 289.22 ຕື້ໂດລາ, ເພີ່ມຂຶ້ນ 8.2% ເມື່ອທຽບໃສ່
ປີ 2024, ຂະໜາດ ແລະ ປະສິດທິຜົນໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ; ຄຸນນະພາບ ແລະ ປະສິດທິຜົນຂອງການຊ່ວຍເຫຼືອຕ່າງປະເທດເພີ່ມຂຶ້ນຢ່າງ
ຕໍ່ເນື່ອງ ເຊິ່ງເປັນການຮັບໃຊ້ການພັດທະນາດ້ວຍຄຸນນະພາບສູງໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”. ປີ 2026 ເປັນປີເລີ່ມຕົ້ນຂອງ
ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 15, ພາກສ່ວນຄຸ້ມຄອງທຸລະກິດການຄ້າທຸກຂັ້ນຈະປັບປຸງລະບົບ
ການບໍລິການສັງລວມຕໍ່ຕ່າງປະເທດ ແລະ ຄຸ້ມຄອງການລົງທຶນຕໍ່ຕ່າງປະເທດຢ່າງມີປະສິດທິຜົນ ເພື່ອຊຸກຍູ້ໃຫ້ການລົງທຶນຕໍ່ຕ່າງປະເທດ ແລະ
ການຮ່ວມມືດ້ານເສດ ຖະກິດມີການເລີ່ມຕົ້ນທີ່ດີ.
ແຫຼ່ງທີ່ມາ: ຂກທ
ວັນທີ 26/01/2026