
ຄະນະນັກຂ່າວອາຊຽນ ຢ້ຽມຢາມ ແຂວງກຸຍໂຈ ສປ ຈີນ

ວັນທີ 22 ກັນຍາ 2025 ພາຍຫຼັງ ເຂົ້າຮ່ວມ ກອງປະຊຸມຮ່ວມມືດ້ານສື່ມວນຊົນ ພາຍໃຕ້ຫົວຂໍ້ ການລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”
ປະຈຳປີ 2025 ແລະ ກອງປະຊຸມອາຊຽນ (10+3) ຄັ້ງທີ 11 ກ່ຽວກັບ ການຮ່ວມມືດ້ານສື່ມວນຊົນ ເຊິ່ງໄດ້ຈັດຂຶ້ນໃນ ວັນທີ 16-17 ກັນຍາ
ຜ່ານມາ, ຢູ່ນະຄອນຄຸນໝິງ ແຂວງ ຢຸນນານ ຂອງ ສປ ຈີນ, ມີ ຄະນະນັກຂ່າວຈາກປະເທດອາຊຽນ ແລະ ປະເທດຄູ່ຮ່ວມມື ສ ເກົາຫລີ, ຍີ່
ປຸ່ນ ແລະ ປະເທດເຈົ້າພາບ ສປ ຈີນ.
ທ່ານ ເປຍກວາງຈ່ຽງ ຮອງຫົວໜ້າກົມພົວພັນຕ່າງປະເທດ ຂອງໜັງສືພິມປະຊາຊົນ ຂອງ ສປ ຈີນ ເປັນຜູ້ນຳພາ ຄະນະນັກຂ່າວ ເດີນ
ທາງຈາກເມືອງຄຸນໝິງ ດ້ວຍລົດໄຟຄວາມໄວສູງ ເພື່ອຢ້ຽມຢາມ ແຂວງກຸຍໂຈ ເປັນເມືອງ ທີ່ມີທ່າແຮງບົ່ມຊ້ອນກ່ຽວກັບ ຊັບພະຍາກອນ
ທຳມະຊາດ. ໂດຍສະເພາະແມ່ນການດຳລົງຊີວິດຂອງປະຊາຊົນລຽບຕາມແມ່ນ້ຳ ລວມທັງວັດທະນະທຳ, ການຜະລິດກະສິກຳຂອງພໍ່ແມ່ປະ
ຊາຊົນ. ສະນັ້ນ, ການນຳ ພັກ-ລັດ ຈີນ ຈຶ່ງເຫັນໄດ້ທ່າແຮງບົ່ມຊ້ອນໄດ້ສະໜັບສະໜູນສົ່ງເສີມ ແລະ ອະນຸລັກ, ພ້ອມທັງກໍ່ສ້າງໃຫ້ກາຍເປັນ
ໂຮງງານຈັກໂຮງງານທີ່ີມີຊື່ສຽງ ແລະ ໃຫຍ່ທີ່ສຸດຂອງ ສປ ຈີນ.
ແຫຼ່ງທີ່ມາ: ຂກທ
ວັນທີ 23/09/2025