
ຜູ້ນໍາອາເມຣິກາ ອອກຄຳຂາດບັງຄັບໃຫ້ ອີຣານ ເປີດຊ່ອງແຄບ ຮໍມູດ ພາຍໃນ 48 ຊມ

ທ່ານ ໂດນັນ ທຣຳ ປະທານາທິບໍດີ ສະຫະລັດ ອາເມຣິກາ
ວັນທີ 23 ມີນາ ນີ້ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ກ່າວເຕືອນເດັດຂາດໃນ ວັນທີ 21 ມີນາ ວ່າ, ຖ້າອີຣານ
ບໍ່ເປີດຊ່ອງແຄບຮໍມູດສ (Hormuz) ເປັນປົກກະຕິຄືນໃໝ່ພາຍໃນເວລາ 48 ຊົ່ວໂມງ, ອາເມຣິກາ ຈະບຸກໂຈມຕີ ແລະ ທຳລາຍບັນດາໂຮງງານ
ໄຟຟ້າຂອງປະເທດນີ້, ເລີ່ມແຕ່ໂຮງງານໃຫຍ່ສຸດ.
ນີ້ແມ່ນຄັ້ງທຳອິດທີ່ການນຳ ອາເມຣິກາ ຍົກອອກຄຳຂາດນາບຂູ່ແນໃສ່ພື້ນຖານໂຄງລ່າງໄຟຟ້າຂອງ ອີຮານ. ກ່ອນໜ້ານັ້ນ, ເຄີຍຖະແຫຼງວ່າ,
ການບຸກໂຈມຕີທາງອາກາດຂອງ ອາເມຣິກາ ພຽງແຕ່ແນໃສ່ຮາກຖານລູກສອນໄຟ, ນິວເຄລຍ ພ້ອມກັບບັນດາເປົ້າໝາຍການທະຫານ ແລະ ລະ
ບົບບັນຊາການ, ການນຳຂອງ ອີຣານ ເທົ່ານັ້ນ. ຂະນະທີ່ ອີຣານ ກໍຖະແຫຼງຕອບໂຕ້ວ່າ, ຖ້າຫາກພື້ນຖານໂຄງລ່າງເຊື້ອເພີງ ແລະ ພະລັງງານຂອງ
ເຂົາເຈົ້າຖືກບຸກໂຈມຕີ, ຮາກຖານພະລັງງານ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ໂຮງແຍກເກືອອອກຈາກນ້ຳທະເລ ໃນທົ່ວຕາເວັນອອກກາງ
ລ້ວນແຕ່ຈະຖືວ່າແມ່ນເປົ້າໝາຍຂອງປະເທດນີ້ຄືກັນ.
ແຫຼ່ງທີ່ມາ: ຂກທ
ວັນທີ 24/03/2026