
ຜູ້ນຳສະຫະລັດ ຕອບໂຕ້ ປະກາດຂຶ້ນພາສີນຳເຂົ້າທົ່ວໂລກ ຈາກ 10% ເປັນ 15%

ສໍານັກຂ່າວ ຟອກນິວ ລາຍງານໃນວັນທີ 22 ກຸມພາ ນີ້, ໂດຍອ້າງແຫຼ່ງຂໍ້ມູນຈາກບົດຄວາມຂອງຜູ້ນໍາອາເມຣິກາ ໃນ
ສື່ສັງຄົມ Truth Social ລະບຸວ່າ: ທ່ານ ໂດນັນ ທຣຳ ປະທານາທິບໍດີ ອາເມຣິກາ ປະກາດວ່າ ຈະສືບຕໍ່ຍົກລະດັບອັດຕາພາ
ສີທົ່ວໂລກສຳລັບບັນດາສິນຄ້ານຳເຂົ້າ ອາເມຣິກາ ຈາກ 10% ຂຶ້ນເປັນ 15%. ພ້ອມທັງ ຢືນຢັນວ່າ, ອັດຕາພາສີນີ້ມີຜົນບັງຄັບ
ໃຊ້ໃນທັນທີ ແລະ ໄດ້ຮັບການກວດກາດ້ານກົດໝາຍແລ້ວ”.
ການກະທຳດັ່ງກ່າວ ເກີດຂຶ້ນພາຍຫຼັງສານສູງສຸດ ອາເມຣິກາ ອອກຄຳຕັດສິນປະຕິເສດ ກ່ຽວກັບມາດຕະການ ການຂຶ້ນພາ
ສີອາກອນ ໂດຍສານຕັດສິນວ່າ ບໍ່ເຫັນດີນໍານະໂຍບາຍຂຶ້ນພາສີ ເລື້ອຍໆ. ພາຍຫຼັງທີ່ສານສູງສຸດອອກຄຳຕັດສິນ ທ່ານ ທຣຳ ໄດ້
ອອກມາຕອບໂຕ້ທັນທີ ໂດຍການຂຽນປະກາດລົງສື່ສັງຄົມອອນລາຍຂອງຕົນວ່າ: ອີງຕາມກົດໝາຍວ່າດ້ວຍສິດເສດຖະກິດດ່ວນ
ສາກົນ (IEEPA), ສະນັ້ນ ຜູ້ນໍາອາເມຣິກາ ໄດ້ເຊັນລັດຖະດຳລັດຈັດວາງອັດຕາພາສີທົ່ວໂລກ10% ຕາມມາດຕາ122 ຂອງກົດ
ໝາຍວ່າດ້ວຍການຄ້າປີ1974 ດ້ວຍຜົນບັງຄັບໃຊ້ນັບແຕ່ວັນ24 ກຸມພາເປັນຕົ້ນໄປ, ໃນນັ້ນ, ຍົກເວັ້ນບັນຊີລາຍຊື່ບັນດາຜະລິດ
ຕະພັນ ອອກຈາກການຈັດວາງອັດຕາພາສີໃໝ່, ລວມມີ: ຊີ້ນງົວ, ໝາກເລັ່ນ, ໝາກກ້ຽງ, ຢາກັນພະຍາດ, ລົດໂດຍສານ.
ແຫຼ່ງທີ່ມາ: ຂກທ
ວັນທີ 24/02/2026