
UN ເປີດເຜີຍ ຊັ້ນໂອໂຊນຂອງໂລກກຳລັງຟື້ນຕົວ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການອຸຕຸນິຍົມວິທະຍາໂລກລາຍງານວ່າ ຊັ້ນໂອໂຊນທີ່ເຮັດໜ້າທີ່ເປັນບ່ອນປ້ອງ
ກັນໂລກຈາກລັງສີ ultraviolet (UV) ກຳລັງຟື້ນຕົວ ແລະ ຮູໂອໂຊນໃນປີ 2024 ມີຂະໜາດນ້ອຍກວ່າປີຜ່ານມາ.
ບົດລາຍງານ Ozone Bulletin ຂອງອົງການດັ່ງກ່າວລະບຸວ່າ: ການຟື້ນຕົວຂອງຊັ້ນໂອໂຊນໃນປີ 2024 ສ່ວນໜຶ່ງແມ່ນມາຈາກ
ປັດໄຈທາງທຳມະຊາດໃນຊັ້ນບັນຍາກາດ ເຊິ່ງເຮັດໃຫ້ເກີດການເໜັງຕີງໃນແຕ່ລະປີ, ແຕ່ວ່າທ່າອ່ຽງທາງບວກໃນໄລຍະຍາວ ໄດ້ສະທ້ອນ
ເຖິງຜົນສຳເລັດຂອງຄວາມພະຍາຍາມຮ່ວມກັນໃນລະດັບສາກົນ. ບົດລາຍງານດັ່ງກ່າວໄດ້ເປີດເຜີຍ ໃນວັນທີ 16 ກັນຍາ ຜ່ານມາ ເຊິ່ງກົງ
ກັບວັນໂອໂຊນໂລກ (World Ozone Day) ແລະ ວັນຄົບຮອບ 40 ປີຂອງສົນທິສັນຍາວຽນນາ ທີ່ຍອມຮັບວ່າການທຳລາຍຊັ້ນໂອ
ໂຊນໃນຊັ້ນບັນຍາກາດ Stratosphere ເປັນບັນຫາລະດັບໂລກ ແລະ ສະເໜີກອບການຮ່ວມມືສາກົນໃນການຄົ້ນຄວ້າ, ການສັງເກດ
ການຢ່າງເປັນລະບົບ ແລະ ການປະເມີນທາງວິທະຍາສາດກ່ຽວກັບໂອໂຊນ. ທ່ານ ອັນໂຕນິໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະ
ຫະປະຊາຊາດ ກ່າວວ່າ: ກ່ອນນີ້ 40 ປີ, ບັນດາປະເທດໄດ້ປະຕິບັດບາດກ້າວທຳອິດເພື່ອປົກປັກຮັກສາຊັ້ນໂອໂຊນ. ສົນທິສັນຍາວຽນນາ
ແລະ ອະນຸສັນຍາມອນເຕີເຣລ ໄດ້ກາຍເປັນຂີດໝາຍຂອງຄວາມສຳເລັດພະຫຸພາຄີ ເຊິ່ງການຟື້ນຕົວຂອງຊັ້ນໂອໂຊນໃນປັດຈຸບັນແມ່ນ
ຜົນສຳເລັດທີ່ສະແດງໃຫ້ເຫັນວ່າເມື່ອປະເທດຕ່າງໆປະຕິບັດຕາມຄຳເຕືອນຂອງວິທະຍາສາດ, ຄວາມກ້າວໜ້າສາມາດເປັນໄປໄດ້.
ອະນຸສັນຍາມອນເຕີເຣລ ໄດ້ສົ່ງຜົນໃຫ້ມີການຢຸດເຊົາການຜະລິດ ແລະ ຢຸດໃຊ້ສານທຳລາຍໂອໂຊນທີ່ຢູ່ພາຍໃຕ້ການຄວບຄຸມແລ້ວ
ຫຼາຍກວ່າ 99%. ສານເຫຼົ່ານີ້, ເຄີຍຖືກນຳໃຊ້ໃນລະບົບເຮັດຄວາມເຢັນ, ເຄື່ອງປັບອາກາດ, ໂຟມດັບເພີງ ແລະ ສະເປສີດຜົມ, ສົ່ງຜົນ
ໃຫ້ຊັ້ນໂອໂຊນມີທ່າອ່ຽງທີ່ຈະຟື້ນຕົວ ເຊິ່ງຈະຊ່ວຍຫຼຸດຜ່ອນຄວາມສ່ຽງຕໍ່ການເປັນມະເຮັງຜິວໜັງ, ຕາຕໍ້ (cataracts) ແລະ ຄວາມ
ເສຍຫາຍຕໍ່ລະບົບນິເວດວິທະຍາທີ່ເກີດຈາກການສຳຜັດຣັງສີ ultraviolet ຫຼາຍເກີນໄປ.
ແຫຼ່ງທີ່ມາ: ຂກທ
ວັນທີ 23/09/2025