ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ເຊື່ອມ​ຕໍ່​ເສັ້ນທາງ​ລົດໄຟ​ລະຫວ່າງ ຫວຽດນາມ-ຈີນ ແມ່ນ​ບາດກ້າວ​ບຸກ​ທະລຸ​ຍຸດ​ທະ​ສາດ

     ​ໃນວັນ​ທີ 19 ມີນາ​ນີ້, ຢູ່​ສະຖານີ​ລົດໄຟ ດົ່ງ​ດັງ, ແຂວງ ລາງ​ເຊີນ, ທ່ານ ໂຕ​ເລິມ ເລຂາ ທິການ​ໃຫຍ່​ຄະນະ​ບໍລິຫານ​ງານ ​ສູນ​ກາງ​ພັກ
ກອມ​ມູ​ນິດ ຫວຽດນາມ ໄດ້​ເປັນ​ປະທານ​ການ​ເຮັດ​ວຽກ​ກັບ​ກະຊວງ, ຂະແໜງການ, ອົງການ​ສູນ​ກາງ ແລະ ທ້ອງຖິ່ນ​ຈຳນວນ​ໜຶ່ງ ກ່ຽວ​
ກັບ​ສະພາບ​ການ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ທາງ​ລົດໄຟ ຫວຽດນາມ-ຈີນ.

     ພາຍຫຼັງ​ການ​ໄປ​ກວດກາ​ສະພາບ​ຕົວ​ຈິງ​ຢູ່​ສະຖານີ​ລົດໄຟ ດົ່ງ​ດັງ, ທ່ານ ໂຕ​ເລິມ ເລຂາທິການ​ໃຫຍ່ ສະຫຼຸບ​ວ່າ: ການ​ຮ່ວມ​ມື ຫວຽດ
ນາມ-ຈີນ ໃນ​ຂົງເຂດ​ທາງ​ລົດໄຟ​ແມ່ນ​ຄວາມ​ຕ້ອງການ, ແມ່ນ​ໂອກາດ ແລະ ແມ່ນ​ໜຶ່ງ​ໃນ​ບັນດາ​ຂົງເຂດ​ການ​ຮ່ວມ​ມື​ທີ່​ແທ້​ຈິງ, ມີ​ປະ​ສິດທິ​
ຜົນ​ລະຫວ່າງ 2 ປະເທດ​ໃນ​ຫຼາຍ​ປີ​ຈະ​ມາ​ເຖິງ. ສະນັ້ນ, ການ​ເຊື່ອມ​ຕໍ່​ພື້ນຖານ​ໂຄງ​ລ່າງ, ພິເສດ​ແມ່ນ​ທາງ​ລົດ ໄຟ​ເຊື່ອມ​ຕໍ່ ຫວຽດນາມ-ຈີນ
ຕ້ອງ​ໄດ້​ຮັບ​ການ​ກຳນົດ​ວ່າ​ແມ່ນ​ຂອດ​ບຸກ​ທະລຸ​ຍຸດ​ທະ​ສາດ​ໃນ​ ການ​ຮ່ວມ​ມື​ດ້ານ​ເສດຖະກິດ 2 ຝ່າຍ.

     ທ່ານ ​ໂຕ​ເລິມ ເລຂາທິການ​ໃຫຍ່​ ສະເໜີ​ຕ້ອງ​ຮັບປະກັນ​ບັນດາ​ຫຼັກການ​ຮ່ວມ​ມື​ຍຸດ​ທະ​ສາດ, ຮັບປະກັນ​ໃຫ້​ບັນດາ​ໂຄງການ​ຮ່ວມ​ມື​
ສອດຄ່ອງ​ກັບ​ຍຸດ​ທະ​ສາດ​ການ​ພັດທະນາ​ແຫ່ງ​ຊາດ ແລະ ການ​ວາງ​ແຜນຜັງ​ພື້ນຖານ​ໂຄງ​ລ່າງ​ຂອງ ຫວຽດນາມ, ຫັນ​ບັນດາ​ແຫຼ່ງ​ທຶນ​ເປັນ​
ຫຼາຍ​ຮູບ​ຫຼາຍ​ແບບ, ມີ​ປະ​ສິດທິ​ຜົນ​ທາງ​ດ້ານ​ເສດຖະກິດ, ມີ​ຄວາມ​ໂປ່ງ​ໃສ​ດ້ານ​ເຕັກ​ໂນ​ໂລ​ຊີ ແລະ ມາດຕະຖານ.

ແຫຼ່ງທີ່ມາ: ຂກທ
ວັນທີ 23/03/2026