ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ເຈລະຈາ 3 ຝ່າຍ ຣັດ​ເຊຍ, ອາ​ເມ​ຣິ​ກາ ແລະ ອູ​ແກຣນ ລົ້ມ​ເຫຼວ​ບໍ່​ເປັນ​ທ່າ

     ​ໃນ​ວັນ​ທີ 18 ກຸມພາ 2026 ນີ້​: ຢູ່​ທີ່ນະຄອນ​ເຊີ​ແນວ ປະເທດ​ສະ​ວິດ, ຜູ້ຕາງໜ້າ​ຈາກ​ຣັດ​ເຊຍ, ອາ​ເມ​ຣິ​ກາ ແລະ ອູ​ແກຣນ​ ໄດ້​ສິ້ນ​
ສຸດ​ການ​ພົບ​ປະ​ເຈລະຈາ​ສາມ​ຝ່າຍໃນວາລະທຳ​ອິດ, ແຕ່​ສາມ​ຝ່າຍ​ບໍ່​ໄດ້​ອອກ​ຖະແຫຼງການ​ຢ່າງ​ເປັນ​ທາງ​ການ​ໃດໆ, ການ​ພົບ​ປະ​ເຈລະຈາ
​ໃນ​ມື້​ທຳ​ອິດ​ແມ່ນ​ໄດ້​ດຳເນີນ​ໄປ​ໃນ​ທ່າມກາງ​ບັນຍາກາດ​ເຄັ່ງ​ຕຶງ.

     ພາຍຫຼັງ​ສິ້ນ​ສຸດ​ການ​ພົບ​ປະ​ເຈລະຈາ​, ທ່ານ ຣຸດ​ເຕມ ອຸ​ເມ​ໂຣ ຫົວໜ້າ​ຄະນະ​ເຈລະຈາ​ຝ່າຍ​ອູ​ແກຣນ, ເລຂາທິການ​ຄະນະ​ກຳມະການ
​ຄວາມ​ໝັ້ນຄົງ ແລະ ປ້ອງ​ກັນ​ປະເທດ​ແຫ່ງ​ຊາດ​ອູ​ແກຣນ​ໄດ້​ຢືນຢັນ​ວ່າ: ສາມ​ຝ່າຍ​ໄດ້​ຈັດການ​ພົບ​ປະ​ເຈລະຈາ​ຮ່ວມ​ກ່ອນ, ຈາກ​ນັ້ນ​ໄດ້​ປຶກ
ສາ​ຫາລື​ແບບ​ແບ່ງ​ໜ່ວຍ​ງານ ໂດຍ​ໄດ້​ປຶກສາ​ຫາລື​ສຸມ​ໃສ່ “ຫົວຂໍ້​ຕົວ​ຈິງ ແລະ ກົນ​ໄກ​ຈັດ​ຕັ້ງ​ປະຕິບັດ​ສຳລັບ​ແຜນການ​ແກ້​ໄຂ​ບັນຫາ​ບົ່ມ​ຊ້ອນ”.
ໃນ​ນັ້ນ, ໜ່ວຍ​ງານ​ການເມືອງ ແລະ ການ​ທະຫານ​ໄດ້​ສຳເລັດ​ການເຈລະຈາ.

     ມື້​ດຽວ​ກັນ, ສຳນັກ​ຂ່າວ ອີ​ຕາ​​ຕັສ ລາຍ​ງານ​ວ່າ: ໃນ​ໄລຍະ​ດຳເນີນ​ການ​ພົບ​ປະ​ເຈລະຈາ​ຍັງ​ໄດ້​ຈັດການ​ພົບ​ປະ​ລະຫວ່າງ​ຣັດ​ເຊຍ-ອາ​ເມ​
ຣິ​ກາ ແລະ ການ​ພົບ​ປະ​ລະຫວ່າງ​ຣັດ​ເຊຍ-ອູ​ແກຣນ.ແນວໃດ​ກໍ​ຕາມ, ຝ່າຍ​ຕ່າງໆ​ເຫັນ​ດີ​ຈະ​ສືບຕໍ່​ດຳເນີນ​ການ​ພົບ​ປະ​ເຈລະຈາ​ໃນ​ຂັ້ນ​ຕອນ​ຕໍ່​
ໄປ. ສັງ​ລວມ​ແລ້ວ, ການ​ເຈລະຈາ​ມື້​ທຳ​ອິດ ແມ່ນ​ບໍ່​ມີ​ຂໍ້​ສະຫຼຸບ​ໃດໆທັງ​ນັ້ນ ເອີ້ນ​ໄດ້ ລົ້ມ​ເຫຼວ ບໍ່​ເປັນ​ທ່າ.

ແຫຼ່ງທີ່ມາ: ຂກທ
ວັນທີ 23/02/2026