ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບັນດາ​ປະເທດ ອາ​ຊຽນ ເຫັນ​ດີ ສ້າງ​ສະພາບ​ແວດ​ລ້ອມ​ດິ​ຈິ​ຕອນ​ທີ່​ປອດ​ໄພ


     ໜັງສືພິມ​ກອງທັບ​ປະຊາຊົນ​ຫວຽດນາມ ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ທີ 19 ມັງກອນ 2025 ນີ້​ວ່າ: ກອງ​ປະຊຸມ​ລັດຖະມົນຕີ​ດິ​ຈິ​ຕອນ ອາ​ຊຽນ
ຄັ້ງ​ທີ 5 ໄດ້​ຈັດ​ຂຶ້ນ​ທີ່ ນະຄອນຫຼວງ ບາງກອກ, ປະເທດ​ໄທ ໃນ​ວັນ​ທີ 16-17 ມັງກອນ 2025.

     ກອງ​ປະຊຸມໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຫລາຍ​ຂອບ​ເຂດ​ຮ່ວມ​ມື ລວມ​ມີ: ຄວາມ​ປອດ​ໄພ​ທາງ​ເຄືອ​​ຂ່່າຍ​ອິນ​ເຕີ​ແນັດ, ການ​ແລກປ່ຽນ​ຖານ​ຂໍ້​ມູນ​
ຂ້າມ​ຂາຍ​ແດນ ແລະ ການ​ພັດທະນາ​ລວມ​ພື້ນຖານ​ເສດຖະກິດ​ດິ​ຈິ​ຕອນ ດ້ວຍ​ຫົວຂໍ້ “ ຄວາມ​ປອດ​ໄພ, ປະດິດ​ຄິດ​ສ້າງ, ຮອບດ້ານ: ສ້າງ​ອະນາ
ຄົດ​ດິ​ຈິ​ຕອນ​ຂອງ ອາ​ຊຽນ ”. ໃນ​ກອງ​ປະຊຸມ, ທ່ານ ປຣະ​ເສີດ ຈັນທະ​ຣາ​ຫຼວງ​ທອງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ດ້ານ​ເສດຖະ
ກິດ ແລະ ສັງຄົມ ດິ​ຈິ​ຕອນ​ໄທ ໃຫ້​ຮູ້​ວ່າ: ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ ດິ​ຈິ​ຕອນ ອາ​ຊຽນ ຄັ້ງ​ທີ 5 ຢູ່ ບາງກອກ ໄດ້​ເຫັນ​ດີ​
ນຳ​ກັນ​ວ່າ: ການ​ສໍ້​ໂກງ​ທາງ​ອິນ​ເຕີ​ແນັດ ພວມ​ເປັນ​ບັນຫາ​ຮີບ​ດ່ວນ ແລະ ຈຳເປັນ​ທີ່​ຕ້ອງ​ຮ່ວມ​ມື​ກັນ​ພະຍາຍາມ​ແກ້​ໄຂ.

     ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້ ໄດ້​ຕົກລົງ​ເຫັນ​ດີ ສ້າງ​ຖະແຫລງການ ບາງກອກ, ສວມ​ບົດບາດ​ເປັນ​ເອກະສານ​ແນະນຳ​ກ່ຽວ​ກັບ​
ວິທີ​ການ​ທີ່​ບັນດາ​ສະມາຊິກ ອາ​ຊຽນ ຄວນ​ຮ່ວມ​ມື​ກັນ​ຢ່າງ​ແຫນ້ນ​ແຟ້ນ​ກວ່າ​ເກົ່າ ໃນ​ການ​ສະກັດ​ກັ້ນ ແລະ ແກ້​ໄຂ​ອາຊະຍາ​ກອນ​ທາງ​ອິນ​ເຕີ​ແນັດ.

ແຫຼ່ງທີ່ມາ: ຂກທ
ວັນທີ 23/01/2025