ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ ແລະ ສິງກະໂປ ຢືນຢັນ​ຄຳ​ໝັ້ນ​ສັນຍາ​
ຮັກສາ​ຊ່ອງ​ແຄບ​ ມາ​ລະກາ-ສິງກະໂປ ໃຫ້​ເປີດ​ກວ້າງ

     ​ສຳນັກ​ຂ່າວ​ຫວຽດນາມ​ລາຍ​ງານ​ ວັນ​ທີ 21 ເມສາ ​ວ່າ: ອົງການ​ທາງ​ທະເລ ແລະ ທ່າເຮືອ​ຂອງ​ສິງກະໂປ ໃຫ້​ຮູ້​ວ່າ: ອິນ​ໂດ​ເນ​ເຊຍ, ມາ
ເລ​ເຊຍ ແລະ ສິງກະໂປ ເຊິ່ງ​ເປັນ​ປະເທດ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ຊ່ອງ​ແຄບ​ມາ​ລະກາ ແລະ ຊ່ອງ​ແຄບ​ສິງກະໂປ ໄດ້​ຢືນຢັນ​ຄຳ​ໝັ້ນ​ສັນຍາ​ໃນ​ການ​
ຮັກສາ​ຊ່ອງ​ແຄບ​ໃຫ້​ເປີດ​ກວ້າງ ແລະ ປອດ​ໄພ​ຕາມ​ກົດໝາຍ​ສາກົນ.

     ອົງການ​ດັ່ງກ່າວ​ໄດ້​ອອກ​ຖະແຫຼງການ​ໃນ​ລະຫວ່າງ​ກອງ​ປະຊຸມ​ຄັ້ງ​ທີ 34 ຂອງ​ຄະນະ​ກຳມະການ​ກອງ​ທຶນ​ເຄື່ອງໝາຍ​ທາງ​ທະເລ (ANF)
ທີ່​ຈັດ​ຂຶ້ນ​ທີ່​ສິງກະໂປ. ໂດຍ​ຜູ້​ເຂົ້າ​ຮ່ວມ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ທາງ​ທະເລ​ໃນ​ຊ່ອງ​ແຄບ​ດັ່ງກ່າວ, ພ້ອມ​ທັງ​ລະບຸ​ວ່າ​ໃນ​ຖານະ​ທີ່​
ເປັນ​ໜຶ່ງ​ໃນ​ເສັ້ນທາງ​ຂົນສົ່ງ​ທາງ​ເຮືອ​ທີ່​ແອ​ອັດ​ທີ່​ສຸດ​ໃນ​ໂລກ, ຄວາມ​ປອດ​ໄພ​ໃນ​ສອງ​ຊ່ອງ​ແຄບ​ນີ້​ແມ່ນ​ຂຶ້ນ​ກັບ​ພື້ນຖານ​ໂຄງ​ລ່າງ​ທີ່​ເຊື່ອ​ຖື​ໄດ້
ແລະ ການ​ຮ່ວມ​ມື​ສາກົນ​ຢ່າງ​ຕໍ່​ເນື່ອງ. ທ່ານ ເດ​ວິດ ຟູ ປະທານ​ຄະນະ​ກຳມະການ​ອົງການ​ດັ່ງກ່າວ ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​
ຮ່ວມ​ມື​ຢ່າງ​ຕໍ່​ເນື່ອງ​ໃນ​ສະພາບ​ແວດ​ລ້ອມ​ການ​ດຳເນີນ​ງານ​ທີ່​ມີ​ການ​ພັດທະນາ ແລະ ສັບສົນ​ເພີ່ມ​ຂຶ້ນ.

     ກອງ​ທຶນ​ເຄື່ອງໝາຍ​ທາງ​ທະເລ​ແມ່ນ​ໜຶ່ງ​ໃນ​ສາມ​ເສົາຄ້ຳ​ຫຼັກ​ຂອງ​ກົນ​ໄກ​ການ​ຮ່ວມ​ມື​ທີ່​ສ້າງຕັ້ງ​ຂຶ້ນ​ ໂດຍ​ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ ແລະ
ສິງກະໂປ​ໃນ​ປີ 2007, ໂດຍ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ອົງການ​ທາງ​ທະເລ​ສາກົນ, ເພື່ອ​ເຮັດ​ວຽກ​ຮ່ວມ​ກັບ​ບັນດາ​ປະເທດ​ຜູ້​ໃຊ້ ແລະ ຜູ້​
ມີ​ສ່ວນ​ຮ່ວມ​ ເພື່ອ​ຮັບປະກັນ​ການ​ເດີນ​ເຮືອ​ທີ່​ປອດ​ໄພ ແລະ ເປີດ​ກວ້າງ​ໃນ​ຊ່ອງ​ແຄບ​ມາ​ລະກາ ແລະ ຊ່ອງ​ແຄບ​ສິງກະໂປ.

ແຫຼ່ງທີ່ມາ: ຂກທ
ວັນທີ 22/04/2026