ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ປູ​ຕິນ ຫວັງ​ຢາກ​ແກ້​ໄຂ​ວິ​ກິດ​ການ ​ອູ​ແກຣນ ​ດ້ວຍ​ສັນຕິ​ວິທີ

     ​ວັນ​ທີ 16 ສິງຫາ 2025 ນີ້​ ຢູ່​ນະຄອນ ຫຼວງ​​ມົສ​ກູ ຂອງ​ຣັດ​ເຊຍ, ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະທານາທິບໍດີ​ຣັດ​ເຊຍ​ຢືນຢັນ​ວ່າ: ການ
ພົບ​ປະ​ລະຫວ່າງ​ຜູ້ນຳ ​ຮັດ​ເຊຍ - ອາ​ເມ​ຣິ​ກາ ​ຢູ່​ລັດ​ອາ​ລາ​ສະກາ​ຂອງ​ ອາເມລິກາ ໄດ້​ດຳເນີນ​ໄປ​ຢ່າງ​ກົງ​ໄປ​ກົງ​ມາ ແລະ ມີ​ເນື້ອ​ໃນ​ອຸດົມສົມ
ບູນ, ຣັດ​ເຊຍ ​ເຄົາລົບ​ຕໍ່​ຈຸດ​ຢືນ​ຂອງ​ອາ​ເມ​ຣິ​ກາ​ກ່ຽວ​ກັບ​ການ​ສິ້ນ​ສຸດ​ການ​ປະ​ທະ​ກັນ​ລະຫວ່າງ​ຣັດ​ເຊຍ-ອູ​ແກຣນ​ໂດຍ​ໄວ, ພ້ອມ​ທັງ​ຫວັງ​ຢາກ
​ແກ້​ໄຂ​ວິ​ກິດ​ການ​ອູ​ແກຣນ​ດ້ວຍ​ສັນຕິ​ວິທີ.

     ໃນ​ມື້​ດຽວ​ກັນ, ທ່ານ ປູ​ຕິນ ໄດ້​ຈັດ​ກອງ​ປະຊຸມ​ ຢູ່​ວັງ​ກະ​ແລມ​ແລງ ​ເພື່ອ​ແຈ້ງ​ສະພາບ​ການ​ພົບປະ​ລະຫວ່າງ​ຜູ້ນຳ ​ຣັດ​ເຊຍ-ອາ​ເມ​ຣິ​ກາ.
ໃນ​ໂອກາດ ​ນີ້, ທ່ານ ປູ​ຕິນກ່າວ​ວ່າ: ສອງ​ຝ່າຍ​ໄດ້​ປຶກສາຫາ ລື​ກ່ຽວ​ກັບ​ເກືອບ​ໝົດ​ທຸກ​ຂົງເຂດ​ການ​ຮ່ວມ​ມື ໂດຍ​ສະເພາະ​ໄດ້​ປຶກສາ​ຫາລື​
ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ແກ້​ໄຂ​ວິ​ກິດ​ການ​ ອູ​ແກຣນ​ ບົນ​ພື້ນຖານ​ສະເໝີພາບ ແລະ ຍຸຕິ​ທຳ. ສອງ​ຝ່າຍ​ໄດ້​ປຶກ ສາ​ຫາລື​ກ່ຽວ​ກັບ
​ຕົ້ນ​ເຫດ​ຂອງ​ວິ​ກິດ​ການ​ຄັ້ງ​ນີ້, ການ​ລົບ​ລ້າງ​ຕົ້ນ​ເຫດ​ເຫຼົ່າ​ນີ້​ຄວນ​ກາຍເປັນ​ພື້ນຖານ​ໃນ​ການ​ແກ້​ໄຂ​ບັນຫາ. ວັນ​ທີ 15 ສິງຫາ ຜ່ານ​ມາ​ນີ້, ທ່ານ
ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ຣິ​ກາ ແລະ ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະທານາ ທິບໍດີ​ຣັດ​ເຊຍ ໄດ້​ພົບ​ປະກັນ​ຢູ່​ນະຄອນ ອັນ​ໂຄ​ເຣ​​ຈ ລັດ
​ອາ​ລາ​ສະກາ​ຂອງ​ອາເມລິກາ. ສອງ​ຝ່າຍ​ໄດ້​ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ການ​ພົບ​ປະ​ຄັ້ງ​ນີ້, ແຕ່​ບໍ່​ໄດ້​ບັນລຸ​ສັນຍາ​ກ່ຽວ​ກັບ​ບັນຫາ​ການ​ຢຸດ​ຍິງ​ກັນ​ລະ
ຫວ່າງ​ ຣັດ​ເຊຍ-ອູ​ແກຣນ ແລະ ບັນຫາ​ອື່ນໆ.

ແຫຼ່ງທີ່ມາ: ຂກທ
ວັນທີ 20/08/2025