ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫຼາຍ​ລ້ານ​ຄົນ​ໃນ​ທົ່ວ​ໂລກ ປະເຊີນ​ກັບ​ບັນຫາ ອຶດຫິວ

     ​ສຳນັກ​ຂ່າວ​ຫວຽດນາມ ​ລາຍ​ງານ​ວັນ​ທີ 14 ພະຈິກ ​ວ່າ: ອົງການອາຫານ ແລະ ການ​ກະເສດ ( FAO) ແລະ ອົງການອາຫານ​ໂລກ
( WFP) ຂອງ​ອົງການສະຫະປະຊາ​ຊາດ ໄດ້​ຮ່ວມ​ກັນເປີດເຜີຍບົດ​ລາຍ​ງານ ໂດຍ​ເຕືອນ​ວ່າ: ປັດຈຸບັນ, ໃນ​ທົ່ວ​ໂລກ ມີ​ປະຊາຊົນຫຼາຍ​ລ້ານ​
ຄົນ ໃນ 16 ພາກ​ພື້ນອາດ​ຈະ​ປະເຊີນ​ກັບບັນຫາ​ອຶດຫິວ, ເຊິ່ງ​ການ​ຂາດເຂີນເງິນ​ທຶນຊ່ວຍເຫຼືອ​ຈາກສາກົນ ເຮັດ​ໃຫ້​ສະພາບ​ການໜັກໜ່ວງ​
ຂຶ້ນ​ຕື່ມ. ອົງ​ການຈັດຕັ້ງ​ດັ່ງກ່າວໄດ້​ຮຽກຮ້ອງໃຫ້​ປະຊາ​ຄົມ​ໂລກ ເພີ່ມ​ການ​ຊ່ວຍເຫລືອ ເພື່ອ​ປ້ອງ​ກັນບໍ່​ໃຫ້​ວິ​ກິດດ້ານ​ມະນຸດສະທຳຮ້າຍ​ແຮງ​
ຂຶ້ນ​ຕື່ມ. ເນື້ອ​ໃນ​ບົດ​ລາຍ​ງານ​ລະບຸ​ວ່າ: ໃນ​ປະເທດ ແລະ ເຂດ​ແຄວ້ນ ທີ່​ມີ​ຄວາມ​ສ່ຽງ​ສູງ ຈຳນວນ​ຫລາຍ, ການ​ປະ​ທະ​ກັນ ແລະ ການ​ໃຊ້​
ຄວາມ​ຮຸນ​ແຮງ ແມ່ນ​ສາເຫດ​ຕົ້ນຕໍ ທີ່​ເຮັດ​ໃຫ້​ເກີດ​ວິ​ກິດ​ການ ດ້ານ​ສະບຽງ​ອາຫານ.

ແຫຼ່ງທີ່ມາ: ຂກທ
ວັນທີ 19/11/2025