ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ ລະຫວ່າງ ຫວຽດນາມ-ອາ​ເມ​ຣິ​ກາ ມີ​ຜົນສຳເລັດ​ຫຼາຍ​ດ້ານ

     ​ວັນ​ທີ 15 ກຸມພາ ​ທີ່​ຜ່ານ​ມາ​ວ່າ: ທ່ານ ພົນ​ເອກ ຟານ ​ວັນ ​ຢາງ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ຫວຽດນາມ ໄດ້​ຕ້ອນຮັບ
ທ່ານ​ ໄມ​ເຄີນ ດີ​ແຊມ​ເວ ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ ອາ​ເມ​ຣິ​ກາ, ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ ແລະ ເຮັດ​
ວຽກ​ຢູ່ ຫວຽດນາມ. ທ່ານ​ ພົນ​ເອກ ຟານ ​ວັນ ​ຢາງ ໄດ້​ຢືນຢັນ​ວ່າ, ຍາມ​ໃດ ຫວຽດນາມ ກໍ​ຖື ອາ​ເມ​ຣິ​ກາ ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​
ມື ໂດຍ​ສະເພາະ​ແມ່ນ​ດ້ານ​ເສດຖະກິດ-ການ​ຄ້າ. ໃນ​ໄລຍະ​ຜ່ານ​ມາ, ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ​ລະຫວ່າງ 2 ປະເທດ ໄດ້​ຜັນ​ຂະ
ຫຍາຍ​ຢ່າງ​ມີ​ປະ​ສິດທິ​ຜົນ​ໃນ​ຫຼາຍ​ຂົງເຂດ: ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ການ​ສົນທະນາ-ທາບ​ທາມ​ຄວາມ​ເຫັນ, ແກ້​ໄຂ​ຜົນ​
ຮ້າຍ​ທີ່​ເກີດ​ຈາກ​ສົງຄາມ, ການ​ບຳລຸງ​ສ້າງ, ຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດ, ການ​ຮ່ວມ​ມື​ດ້ານ​ທະຫານ, ເຫຼົ່າ​ຮົບ, ການ​ປ້ອງ​ກັນ​ຊາດ,
ຕຳຫຼວດ​ທະເລ, ອຸດສາຫະກຳ​ປ້ອງ​ກັນ​ຊາດ. ທ່ານ ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະເທດ ອາ​ເມ​ຣິ​ກາ ກໍ​ຢືນຢັນ​ວ່າ, ກະ
ຊວງ​ການ​ຕ່າງປະເທດ ອາ​ເມ​ຣິ​ກາ ສະໜັບ ສະໜູນ ຫວຽດນາມ ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ທີ່​ເກີດ​ຈາກ​ສົງຄາມ, ຢັ້ງຢືນ​ຊື່, ນາມສະກຸນ
​ທະຫານ​ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ.

ແຫຼ່ງທີ່ມາ: ຂກທ
ວັນທີ 18/02/2026